ບົດປາໄສຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021

    – ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !

    – ລູກຫຼານລາວ​ບັນ​ດາເຜົ່າ ທີ່ຮັກແພງທັງຫລາຍ !

    ເນື່ອງໃນ​ໂອ​ກາດ​ວັນ​ເດັກນ້ອຍສາ​ກົນ ວັນ​ທີ 01 ມິ​ຖຸ​ນາ ໄດ້​ໝູນ​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ​ອີກວາ​ລະ​ໜຶ່ງ ​ຂ້າ​ພະ​ເຈົ້າ​ ຕາງ​ໜ້າ​ໃຫ້​ການ​ນຳ​ ພັກ-ລັດ ຂໍ​ຝາກ​ຄວາມ​ຮັກ​ແພງ ແລະ ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ​ມາ​ຍັງ​ ລູກໆ ຫຼານໆ ເດັກ​ນ້ອຍ​ລາວ​ບັນ​ດາ​ເຜົ່າທຸກຖ້ວນໜ້າໃນ​ທົ່ວ​ປະ​ເທດ.

    ການ​ສະ​ເຫຼີມ​ສະ​ຫຼອງວັນ​ເດັກ​ນ້ອຍ​ສາ​ກົນໃນ​ທຸກໆປີຜ່ານມາ ແມ່ນ​ປາງບຸນ​ໃຫຍ່​ຂອງ​ເດັກ​ນ້ອຍ​ໃນ​ທົ່ວໂລກ ກໍຄື​ເດັກ​ນ້ອຍ​ລາວ ແຕ່​ເປັນໜ້າເສຍດາຍທີ່ວ່າ ການ​ສະ​ເຫຼີມ​ສະ​ຫຼອງຢູ່ປະເທດເຮົາໃນ​ປີນີ້ ແມ່ນ​ບໍ່ສາມາດຈັດພິທີ​​ສະ​ຫຼອງ​ໃຫຍ່ ແລະ ບໍ່ສາມາດເຕົ້າ​ໂຮມ​ລູກຫຼານເພື່ອ​ສະ​ແດງ​ອອກເຖິງຄວາມຮູ້ ຄວາມສາມາດໃນ ລາຍການສິລະປະວັນນະຄະດີ ແລະ ການ​ແຂ່​ງ​ຂັນ​ຕ່າງໆ ຕິດ​ພັນ​ກັບ​ຂະບວນການ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດຢ່າງກວ້າງຂວາງໄດ້ ເນື່ອງ​ຈາກມີ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາ ກໍຄືເດັກນ້ອຍເຮົາ.

    ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !

    ໃນປັດຈຸບັນນີ້ ​ທົ່ວ​ພັກ ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກຳລັງ​ສຸມ​ໃສ່ຈັດຕັ້ງ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ​ແລະ ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ ຄັ້ງ​ທີ IX (2021-2025) ຊຶ່ງໃນປັດຈຸບັນ ກໍຄືໄລຍະຜ່ານມາ ພັກ-ລັດຖະບານເຮົາ  ແມ່ນໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ກັບວຽກງານການສົ່ງເສີມ ການປົກປ້ອງເດັກ ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍສິດທິເດັກ ຄົບຮອບ 60 ປີ ພວກເຮົາໄດ້ມີການສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດໄລຍະ 30 ປີທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການພັດທະນາເດັກນ້ອຍ​ລາວບັນ​ດາ​ເຜົ່າຮອດປີ 2030. ນອກນັ້ນ ການຈັດຕັ້ງ ພັກ-ລັດ ທຸກພາກສ່ວນ ແມ່ນໄດ້ໃຫ້ຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການນຳ​ໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກນ້ອຍ​ລາວບັນ​ດາ​ເຜົ່າແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

    ໃນໂອກາດນີ້ ຂ້າພະເຈົ້າ ຕາງໜ້າໃຫ້ພັກ ແລະ ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ຄະນະກຳມາທິການເພື່ອແມ່ ແລະ ເດັກທຸກຂັ້ນ ອົງການຈັດຕັັ້ງພັກ-ລັດ ຂັັ້ນສູນກາງ ແລະ ທ້ອງຖິ່ນ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງສາກົນ ພາກສ່ວນທຸລະກິດຂອງລັດ ຂອງເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ວຽກແມ່ ແລະ ເດັກ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

    ບັນດາທ່ານທີ່ຮັກແພງທັງຫຼາຍ !

    ຄຽງຄູ່ກັບຜົນສຳເລັດນັ້ນ ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນບັນຫາທາງດ້ານໂພຊະນາການ-ພາວະເດັກຂາດສານອາຫານ ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ ບັນຫາຢາເສບຕິດ ແລະ ບັນຫາອື່ນໆທີ່ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນັັ້ນ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ຮີດຄອງປະເພນີຂອງບາງທອງຖິ່ນໃນເຂດທຸກຍາກ ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບງົມງາຍຄອງເດີມ ແລະ ປັບປຸງປ່ຽນແປງໄດ້ຊ້າ ຊຶ່ງບັນຫາເຫຼົ່ານີ້ ການຈັດຕັ້ງພັກ-ລັດ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈະຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂບັນຫາດັ່ງກ່າວນີ້ໃຫ້ນັບມື້ນັບຫຼຸດລົງເປັນກ້າວໆ.

    ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

    ໃນ​ໂອກາດສະ​ເຫຼີ​ມສະຫຼອງວັນ​​ເດັກນ້ອຍ​ສາກົນ 01 ມິຖຸນານີ້ ໃນນາມລັດຖະບານ ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ມາ​ຍັງບັນດາ​ອົງການການຈັດຕັ້ງຂອງພັກ-ລັດ ​ແນວ​ລາວ​ສ້າງ​ຊາດ ອົງການຈັດຕັ້ງມະຫາຊົນ ແລະ ​ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ​ ແລະ ​ເອກະ​ຊົນ ຕະຫລອດ​ເຖິງປະຊາຊົນ​ ແລະ ເດັກນ້ອຍລາວ​ບັນດາ​ເຜົ່າໃນຂອບເຂດທົ່ວປະເທດ​ ຈົ່ງສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່ການປະຕິບັດວຽກງານ​​​ແມ່ ແລະ ເດັກ ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ ສ້າງເງື່ອນໄຂ ແລະ ໂອກາດໃຫ້​​ລູກຫຼານພວກເຮົາໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດ​ໃສ ມີຄວາມຈະເລີນກ້າວໜ້າຢ່າງ​ມີຄຸນນະພາບ​ ​ເປັນ​ກຳລັງຊັບພະຍາກອນມະນຸດທີ່ມີຄວາມເຂັ້ມແຂງ​ຂອງ​ຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ​ສ້າງສາພັດທະນາ​ປະ​ເທດຊາດໃຫ້ຈະເລີນຮຸ່ງເຮືອງ ຕາມທິດທີ່ພັກເຮົາໄດ້ວາງໄວ້.

    ອີກປະການໜຶ່ງ ໃນໄລຍະນີ້ ເປັນໄລຍະເວລາແຫ່ງການປ່ຽນແປງການດຳລົງຊີວິດໃຫ້ໄປຕາມວິຖີຊີວິດປົກກະຕິແບບໃໝ່ ເພື່ອປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນີ້ ພວກເຮົາກໍມີຄວາມຈຳເປັນຕ້ອງໄດ້ກະກຽມຈັດຕັ້ງການຮຽນ-ການສອນຄືນໃໝ່ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ສືບຕໍ່ສຶກສາຮໍ່າຮຽນ ຂ້າພະ​ເຈົ້າຈຶ່ງຂໍ​ຮຽກຮ້ອງ​ມາ​ຍັງກະຊວງສຶກສາທິການ ແລະ ກິລາ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍຄືໂຮງຮຽນ ສະຖາບັນການສຶກສາຊັ້ນຕ່າງໆ ຕະຫຼອດຮອດຄະນະພັກ-ອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ຮັບປະກັນຄວາມປອດໄພຢູ່ໃນໂຮງຮຽນ ແລະ ສະຖານທີການສຶກສາ ທັງຮັບປະກັນຄຸນນະພາບຂອງການສຶກສາໃນທຸກຊັ້ນຮຽນ ແລະ ກ້າວສູ່ການຈັດການສອບເສັງໃຫ້ທັນຕາມກຳນົດເວລາຂອງການເປີດສົກຮຽນໃໝ່. ສໍາລັບການຈັດຕັ້ງການປູກຕົ້ນໄມ້ແຫ່ງຊາດໃນທົ່ວປະເທດ ກໍໃຫ້ປະຕິບັດຕາມເງື່ອນໄຂທີ່ສອດຄ່ອງ ຊຶ່ງບໍ່ຈຳເປັນຈັດພິທີແບບຮູບການດັ່ງທີ່ເຄີຍປະຕິບັດຜ່ານມາ ສຳຄັນແມ່ນປູກຢ່າງມີແຜນການ ປູກແລ້ວຕ້ອງປົກປັກຮັກສາໃຫ້ຈະເລີນເຕີບໂຕໄດ້ດີ.

    ໃນໂອກາດທ້າຍສຸດນີ້ ຂ້າພະເຈົ້າຂໍຮຽກຮ້ອງຍັງພໍ່ແມ່ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ຄູ-ອາຈານ ນັກຮຽນ-ນັກສຶກສາ ກໍຄືທຸກພາກສ່ວນໃນສັງຄົມ ຈົ່ງເອົາໃຈໃສ່ດຳລົງຊີວິດປົກກະຕິແບບໃໝ່ ຍົກສູງສະຕິການປ້ອງກັນຕົນເອງໃຫ້ດີ ມີຄວາມຮັບຜິດຊອບສູງຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ ພ້ອມກັນຕື່ນຕົວປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ທີ່ພັກ-ລັດ ແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ.

    ວັນ​​ເດັກ​ນ້ອຍສາກົນ ວັນທີ 01 ມິຖຸນາ ປີນີ້ ຂໍ​ໃຫ້ເດັກນ້ອຍລາວທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ເປັນ​ເດັກ​ຄຳ​ຮູ້ຂອງ​ພໍ່​ແມ່ ເປັນ​ນັກ​ຮຽນ​​ດີ ນັກຮຽນເກັ່ງ​ຂອງ​​ຄູ-ອາຈານ ແລະ ເປັນລູກຫຼານທີ່ດີຂອງປະເທດຊາດ ອັນແສນຮັກຂອງພວກເຮົາ.

ຂໍຂອບໃຈ

error: Content is protected !!