ໂຄງການ Food For Fighters LAOS (FFF LAOS) ເປັນໂຄງການສະເພາະກິດທີ່ຈັດຕັ້ງກັນເອງຂອງສ່ວນບຸກຄົນ ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຮອບທີ 2 ໂດຍຜູ້ລິເລີ່ມແມ່ນທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ເປັນການທ້ອນໂຮມເງິນບໍລິຈາກນຳໝູ່ເພື່ອນສິດເກົ່າໂຮງຮຽນອຸດົມຟ້າງຸ່ມ ສິດເກົ່າມະຫາວິທະຍາໄລແພດສາດ ແລະ ພໍ່ແມ່ພີ່ນ້ອງພາຍໃນຄອບຄົວ

ເປົ້າໝາຍເພື່ອຊຸກຍູ້ພາລະກິດຕ້ານໂຄວິດ-19 ໂດຍການບໍລິຈາກອາຫານໃຫ້ແພດໝໍ ໜ່ວຍກູ້ໄພ ທະຫານເວນຍາມຊາຍແດນ ລວມທັງຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ເຊັ່ນ: ສູນເສຍອາຊີບ ຂາດລາຍໄດ້ ຊ່ວຍເຫຼືອນັກຮຽນ-ນັກສຶກສາ ທີ່ຕົກຄ້າງຢູ່ຕາມຫໍພັກ.


ໃນ 30 ພຶດສະພາ 2021 ທາງຄະນະ ນຳໂດຍທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ພ້ອມຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປມອບໃຫ້ແກ່ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຂອງຄະນະປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈຳນວນ 80 ຊຸດ ມູນຄ່າ 5 ລ້ານກວ່າກີບ ໂດຍມີທ່ານ ລັດສະໝີ ບຸບຜາ ຄະນະບໍດີຄະນະປ່າໄມ້ ພ້ອມດ້ວຍຄະນະສະເພາະກິດ ມຊ ເຂົ້າຮ່ວມ.

# ຂ່າວ & ພາບ: ບຸນມີ ສີວິໄລ