ຂ່າວດີ ! ການແຜ່ລະບາດພະຍາດ COVID-19 ທົ່ວປະເທດມີທ່າອ່ຽງຫຼຸດລົງ

    ປັດຈຸບັນ ການແຜ່ລະບາດພະຍາດ COVID-19 ຢູ່ ສປປ ລາວ ຖືກວ່າມີທ່າອ່ຽງຫຼຸດລົງ ເວົ້າລວມ ເວົ້າ ສະເພາະຢູ່ໃນນະຄອນຫຼວງວຽງຈັນ ບໍ່ພົບມີຜູ້ຕິດເຊື້ອ ( 0 ຄົນ) ຄະນະທີ່ແຂວງຈຳປາສັກ ມີຜູ້ຕິດເຊື້ອຈຳນວນ 1 ຄົນ ຖືວ່າເປັນຂ່າວດີຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍອີງຕາມການຖະແຫຼງຂ່າວປະຈຳວັນທີ 31 ພຶດສະພາ 2021 ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນ ທົ່ວໂລກ ແລະ ຢູ່ ສປປ ລາວ ຂອງທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID.

    ທ່ານ ສີສະຫວາດ ສຸດທານີລະໄຊ ໄດ້ກ່າວວ່າ: ທົ່ວໂລກມີຜູ້ຕິດເຊື້ອສະສົມ 171.010.454 ຄົນ ເສຍຊີວິດສະສົມ 3.556.327 ຄົນ ແລະ ປີ່ນປົວຫາຍດີ 153.282.499 ຄົນ ສຳລັບປະເທດທີ່ມີການຕິດເຊື້ອສູງທີ່ສຸດໃນໂລກ ຍັງແມ່ນປະເທດສະຫະລັດອາເມຣິກາ ອິນເດຍ ແລະ ປະເທດບຣາຊິນ.

    ສຳລັບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປັດຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 1.912 ຄົນ (ໃໝ່ 1) ເສຍຊີວິດສະສົມທັງໝົດ 3 ຄົນ (ໃໝ່ 0) ປິ່ນປົວດີທັງໝົດ 1.543 ຄົນ (ໃໝ່ 117 ຄົນ) ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 366 ຄົນ.

    ໃນວັນທີ 30 ພຶດສະພາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 2.002 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ໂດຍຄົນເຈັບຕິດເຊື້ອໃໝ່ຈາກແຂວງຈຳປາສັກ 1 ຄົນ (ກໍລະນີຢັ້ງຢືນທີ 1.912) ແມ່ນເປັນກໍລະນີນຳເຂົ້າ ເຊິ່ງເປັນແຮງງານທີ່ເຂົ້າມາຖືກກົດໝາຍ.

    ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວອີກວ່າ: ເຖິງແມ່ນວ່າສະພາບການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ຈະມີທ່າອ່ຽງຫຼຸດລົງກໍຕາມ ແຕ່ກໍຍັງສືບຕໍ່ມີລາຍງານທຸກມື້ ດັ່ງນັ້ນ ພວກເຮົາບໍ່ຄວນປະໝາດ ຫຼື ປ່ອຍປະລະເລີຍໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າມີການລະບາດເປັນຈຸ້ມໃນຄອບຄົວ ໝູ່ຄູ່ ຄົນໃກ້ຊິດ ບັນດາຫ້ອງການ ແລະ ສຳນັກງານອົງການ.

    ເພື່ອຈຳກັດການລະບາດໃຫ້ເປັນວົງແຄບ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 528/ຫສນຍ ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ຢ່າງເຂັ້ມງວດ ສິ່ງທີ່ສຳຄັນ ແລະ ຕ້ອງເອົາໃຈໃສ່ປະຕິບັດ ກໍຄືມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນໃສ່ຜ້າປິດປາກ-ດັງເມື່ອອອກຈາກບ້ານ ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ຮັກສາໄລຍະຫ່າງທາງສັງຄົມ ຫຼີກລ່ຽງການເອົາມືສຳຜັດໃບໜ້າ ຕາ ດັງ ແລະ ປາກ ຮັກສາມາລະຍາດໃນການໄອ-ຈາມ ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ແອອັດ ແລະ ອື່ນໆ.

​                              # ຂ່າວ & ພາບ:  ຊິລິການດາ

error: Content is protected !!