ແຮງງານລາຍວັນທີ່ຂາດທີ່ເພິ່ງ ຢູ່ສວນເຈົ້າອະນຸວົງ ເມືອງຈັນທະບູລີ ໄດ້ຮັບໄປເບິ່ງແຍງຊົ່ວຄາວ​

    ທ່ານ  ບຸນໜາ ຜາທຸມມະວົງ  ເຈົ້າເມືອງຈັນທະບູລີ  ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ  20 ເມສາ 2020 ວ່າ: ຕໍ່ກັບການຫວ່າງງານຂອງແຮງງານລາຍວັນທີ່ເລ່ລ່ອນຢູ່ສວນສາທາລະນະເຈົ້າອະນຸວົງ ໃນໄລຍະດໍາເນີນການຕ້ານ ແລະ ສະກັດກັ້ນການລະບາດພະຍາດອັກເສບປອດຈາກເຊື້ອຈຸລະ ໂຣກສາຍພັນໃໝ່ (COVID-19) ກໍຄືການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ຈໍານວນ 27 ຄົນ ຍິງ 7 ຄົນ ໃນນີ້ມີຜູ້ຍິງຖືພາ 7 ເດືອນ 1 ຄົນ ປະກອບມີ ກໍາມະກອນກໍ່ສ້າງຕົກງານ 14 ຄົນ ຫວ່າງງານ 11 ຄົນ ເລ້ລ້ອນ 1 ຄົນ ແລະ ຄົນຂໍທານ 1 ຄົນ ທີ່ມາຈາກ 14 ແຂວງ ລວມທັງນະຄອນຫຼວງວຽງຈັນຄື:ນະຄອນຫຼວງວຽງຈັນ 6 ຄົນ ແຂວງສາລະວັນ 5 ຄົນ ຫົວພັນ 2 ຄົນ ຜົ້ງສາລີ 2 ຄົນ ຊຽງຂວາງ 1 ຄົນ ວຽງຈັນ 1 ຄົນ ຈໍາປາສັກ 1 ຄົນ ອັດຕະປື 2 ຄົນ ຄໍາມ່ວນ 1 ຄົນ ຫຼວງພະບາງ 3 ຄົນ ໄຊຍະບູລີ 1 ຄົນ ອຸດົມໄຊ 1 ຄົນ ບໍ່ແກ້ວ 1 ຄົນ ແລະ ແຂວງບໍລິຄໍາໄຊ 1 ຄົນ ເຊິ່ງໃນຈໍານວນດັ່ງກ່າວນີ້ ຈໍານວນໜຶ່ງເຄີຍເຮັດວຽກເປັນກໍາມະກອນຢູ່ໂຮງງານ ຫຼື ກໍາມະກອນຢູ່ແຕ່ລະບ່ອນ ພາຍຫຼັງທີ່ໄດ້ມີການປິດໂຮງຈັກໂຮງງານ ແລະ ສະຖານີຂົນສົ່ງໄດ້ປິດການສັນຈອນ ເຮັດໃຫ້ຜູ້ກ່ຽວບໍ່ສາມາດກັບບ້ານໄດ້ ໂດຍໄດ້ໄປອາໄສນອນຢູ່ຕາມວັດ ຈາກນັ້ນທາງຄູບາໄດ້ປິດວັດບໍ່ໃຫ້ຄົນນອກເຂົ້າ ເຮັດໃຫ້ກຸ່ມຄົນຈໍານວນດັ່ງກ່າວໄດ້ໄປນອນອາໄສຢູ່ເດີນແຄມຂອງສວນເຈົ້າອະນຸວົງ. 

    ເພື່ອເປັນການແກ້ໄຂບັນຫາສະເພາະໜ້າ ຄະນະສະເພາະກິດຂັ້ນເມືອງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ລົງໄປສົມທົບກັບ ປກສ ກຸ່ມບ້ານ ເພື່ອເກັບກໍາຂໍ້ມູນລະອຽດ ຈາກນັ້ນ ເມືອງກໍໄດ້ສົມທົບກັບ ປກສ ນະຄອນຫຼວງວຽງຈັນ ໄດ້ເຫັນດີເປັນເອກະພາບນໍາເອົງແຮງງານລາຍວັນຈໍານວນ 27 ຄົນ ໄປໄວ້ຢູ່ສູນໂຮງຮຽນ ມ.ປາຍ ຈັນທະບູລີ ປັດຈຸບັນແຮງງານທີ່ເປັນຄົນນະຄອນຫຼວງວຽງຈັນ ພີ່ນ້ອງໄດ້ມາພົວພັນຮັບໄປແລ້ວ ຍັງເຫຼືອແຕ່ແຮງງານທີ່ເປັນຄົນຕ່າງແຂວງ ເພື່ອເປັນການແກ້ໄຂເມືອງໄດ້ເຮັດບົດລາຍງານໃຫ້ຂັ້ນເທິງ ກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອສະເໜີພາກສ່ວນກ່ຽວຂ້ອງແກ້ໄຂ ໂດຍສະເພາະຈໍານວນຫວ່າງງານຖ້າເຂົາຢາກກັບບ້ານ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຈັດສົ່ງກັບທ້ອງຖິ່ນ ຖ້າຈໍານວນໃດບໍ່ກັບ ເມື່ອສະພາບປົກກະຕິ ຍັງຢາກສືບຕໍ່ເຮັດວຽກຈະໄດ້ສະເໜີຂະແໜງການກ່ຽວຂ້ອງຈັດສັນວຽກເຮັດງານທໍາໃຫ້ ແລະ ອື່ນໆ.

error: Content is protected !!