COVID-19 ສົ່ງຜົນກະທົບໜັກຕໍ່ຂະແໜງການທ່ອງທ່ຽວລາວ

    ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ເຜີຍແຜ່ບົດລາຍງານຜົນການຄົ້ນຄວ້າຜົນກະທົບທ້າງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 19 ເມສາ ທີ່ຜ່ານມາ ໃນນັ້ນໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະສັ້ນ ທຸລະກິດທ່ອງທ່ຽວຂອງລາວໄດ້ຮັບຜົນກະທົບກ່ອນໝູ່ ແລະ ໜັກໜ່ວງກວ່າໝູ່ ຕົ້ນປີ 2020 ສູນເສຍລາຍຮັບໄປແລ້ວປະມານ 452.000 ໂດລາ (ປະມານ 4 ຕື້ກວ່າກີບ) ພ້ອມນີ້ ຈາກຜົນກະທົບດັ່ງກ່າວ ລາວຈະສູນເສຍລາຍຮັບກວ່າ 350 ລ້ານໂດລາສະຫະລັດ (3,111.5 ຕື້ກີບ) ແລະ GDP ຂະຫຍາຍຕົວຊ້າລົງ 2%. 

    ຜົນການຄົ້ນຄວ້າດັ່ງກ່າວ ໄດ້ກ່າວເຖິງຜົນກະທົບທັງໄລຍະສັ້ນ ແລະ ໄລຍະລາວ ຕໍ່ກັບເສດຖະກິດຂອງລາວ ສຳລັບຜົນກະທົບໃນໄລຍະສັ້ນຕໍ່ກັບທຸລະກິດທ່ອງທ່ຽວ ເຫັນວ່າເປັນຂະແໜງການທຳອິດທີ່ໄດ້ຮັບຜົນກະທົບ ແລະ ໜັກໜ່ວງກວ່າຂະແໜງການອື່ນ ໄດ້ສູນເສຍລາຍຮັບສຳລັບ 2 ເດືອນທຳອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈຳນວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417- ແລະ 21.791- ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີທີ່ຜ່ານມາ. 

    ສ່ວນຈຳນວນນັກທ່ອງທ່ຽວຈາກ ສ ເກົາຫຼີ ແລະ ເອີຣົບ ຍັງຂະຫຍາຍຕົວໃນ 2 ເດືອນທຳອິດຂອງປີນີ້ ເຮັດໃຫ້ມີຈຳນວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາລາວໃນ 2 ເດືອນທຳອິດມີ 697.004 ເທື່ອຄົນ ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2019 ຫຼື 14,5% ຂອງນັກທ່ອງທ່ຽວທັງໝົດໃນປີ 2019. 

    ບົດລາຍງານລະບຸວ່າ ຖ້າເບິ່ງສະພາບຮອດເດືອນກຸມພາ ເຫັນວ່າຜົນກະທົບຕໍ່ຂະແໜງການທ່ອງທ່ຽວຍັງບໍ່ຫຼາຍເທົ່າທີ່ຄວນ ເຖິງຢ່າງໃດກໍຕາມ ຮອດປັດຈຸບັນ ເດືອນເມສາ ທຸກການເຄື່ອນໄຫວເຂົ້າມາທ່ອງທ່ຽວບໍ່ວ່າຈະມາຈາກປະເທດໃດ ແມ່ນຖືກຈຳກັດໃນລະດັບສູງສຸດ ຈຳນວນນັກທ່ອງທ່ຽວທີ່ຈະເຂົ້າມາເພີ່ມ ຈຶ່ງຖືວ່າເກືອບຈະບໍ່ມີ ເຖິງແມ່ນວ່າຈະຍັງບໍ່ທັນມີຕົວເລກສະຖິຕິລາຍງານຢ່າງເປັນທາງການ ເຊິ່ງສະພາບການດັ່ງກ່າວ ຄາດວ່າຈະແກ່ຍາວຮອດເດືອນທັນວາ ເພາະຫຼາຍປະເທດຍັງບໍ່ສາມາດຄວບຄຸມສະຖານະການໄດ້ ແລະ ເຖິງວ່າຈະເຮັດໄດ້ ກໍຍັງມີຄວາມກັງວົນດ້ານການເດີນທາງ ແລະ ໂອກາດທີ່ເຊື້ອພະຍາດຈະກັບມາລະບາດອີກ. 

    ນອກຈາກທຸລະກິດທ່ອງທ່ຽວໂດຍກົງແລ້ວ ບົດລາຍງານຍັງຊີ້ໃຫ້ເຫັນອີກວ່າ ບັນດາທຸລະກິດທີ່ຕິດພັນກັບຂະແໜງການທ່ອງທ່ຽວກໍໄດ້ຮັບຜົນກະທົບເຊັ່ນກັນ ເປັນຕົ້ນແມ່ນ: ທຸລະກິດທີ່ພັກອາໄສ ຮ້ານອາຫານ ຮ້ານບັນເທີງ ການຂົນສົ່ງໂດຍສານ ເຊິ່ງຖືກກະທົບຈາກມາດຕະການພາຍໃນ ແລະ ປະເທດຄູ່ຄ້າ ໃນນັ້ນ ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ເຊິ່ງເປັນຈຸດສຸມຂອງການທ່ອງທ່ຽວ ເຊິ່ງມີວິສາຫະກິດຢູ່ຫຼາຍກວ່າ 5.000 ແຫ່ງ. ຈາກຜົນກະທົບດັ່ງກ່າວ ບົດລາຍງານຜົນການຄົ້ນຄວ້າໄດ້ລະບຸວ່າ ສປປ ລາວ ຈະສູນເສຍລາຍຮັບຈາກການຂະແໜງການທ່ອງທ່ຽວບໍ່ຫຼຸດ 350 ລ້ານໂດລາສະຫະລັດ ຫຼື ປະມານ 3,111.5 ຕື້ກີບແລະ ເຮັດໃຫ້ GDP ຂະຫຍາຍຕົວຊ້າລົງເກືອບ 2%.

error: Content is protected !!