
ບໍລິສັດ ວິຕໍລີ ກຣຸບ 1268 ໄດ້ນໍາເຂົ້າສານ 7 ເປົາ ໝີ່ສໍາເລັດຮູບ 10 ແກັດ ແລະ ນໍ້າດື່ມ 15 ແກັດ ມອບຊ່ວຍເຫຼືອ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ພາຍໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ການມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນວັນທີ 20 ເມສາ 2020 ທີ່ສໍານັກງານປົກຄອງເມືອງຈັນທະບູລີ ໂດຍການມອບຂອງທ່ານ ພຸດທະວົງ ວົງໂພສີ ຕາງໜ້າບໍລິສັດ ວິຕໍລີ ກຣຸບ 1268 ແລະ ຕາງໜ້າຮັບຂອງທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງຈັນທະບູລີ.
# ຂ່າວ & ພາບ : ຂັນທະວີ