ວັນທີ 29 ພຶດສະພາ 2021 ຄະນະສະເພາະກິດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຜູ້ໃຈບຸນ ນຳໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ຫົວໜ້າຄະນະສະເພາະກິດໂຄວິດ-19 ຂັ້ນ ນວ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປແຈກຢາຍໃຫ້ປະຊາຊົນບ້ານດອນຕິ້ວ ເມືອງໄຊທານີ ນວ 50 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດໄລຍະພະຍາດໂຄວິດລະບາດ ມີການນຳພະແນກການກ່ຽວຂ້ອງ ອຳນາດການປົກຄອງເມືອງແລະ ບ້ານເຂົ້າຮ່ວມ.


ສຳລັບຜູ້ໃຈທີ່ໄປຊ່ວຍເຫຼືອປະຊາຊົນຄັ້ງນີ້ ມີທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດກຣິດຕະພົງ ກຣຸບ ຈຳກັດ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ເມືອງໄຊທານີ ແລະ ຄະນະອີ່ມບຸນເມດຕາທຳ ນອກນີ້ ເຈົ້າເມືອງໄຊທານີ ຍັງໄດ້ມອບເງິນ 3 ລ້ານກີບໃຫ້ບ້ານດອນຕິ້ວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດກ່າວຮັບໂດຍທ່ານນາຍບ້ານດອນຕິ້ວ.