ສືບຕໍ່ແຈກຢາຍເຄື່ອງບໍລິໂພກບັນເທົາທຸກໃຫ້ນັກສຶກສາແພດ

     ວັນທີ 30 ພຶດສະພາ 2021 ຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບການນໍາພະແນກການເງິນ ນວ ສະມາຄົມໂຮງແຮມ ຄະນະອິ່ມບຸນເມດຕາທຳ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດກຣິດຕະພົງ ກຣຸບ ຈໍາກັດ ສະມາຊິກສະພາປະຊາຊົນ ຊຸດທີ 2 ເມືອງໄຊທານີ ແລະ ບໍລິສັດ ຄົມປັນຍາ ໄດ້ສືບຕໍ່ແຈກຢາຍຊຸດເຄື່ອງບໍລິໂພກບັນເທົາທຸກ ໃຫ້ນັກສຶກສາ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ທີ່ຕົກຄ້າງຢູ່ຫໍພັກ ບໍ່ສາມາດກັບບ້ານໄດ້ ໂດຍການນໍາພາຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ຫົວໜ້າຄະນະສະເພາະກິດໂຄວິດ-19 ນວ ມີຫົວໜ້າພະແນກການ ຄະນະສະມາຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ຊຸດເຄື່ອງບໍລິໂພກບັນເທົາທຸກທີ່ແຈກຢາຍຄັ້ງນີ້ ແຕ່ລະຊຸດປະກອບມີ ເຂົ້າສານ ໄຂ່ໄກ່ ໝີ່ໄວໆ ແລະ ປາກະປ໋ອງ ຈໍານວນ 195 ຊຸດ ໃນນີ້ ໄດ້ມອບໃຫ້ນັກສຶກສາແພດເພດຍິງທີ່ພັກຢູ່ຫໍພັກຫຼັງໂຮງໝໍ 150 ຕຽງ 130 ຊຸດ ແລະ ມອບໃຫ້ນັກສຶກສາແພດເພດຊາຍ ຢູ່ຫໍພັກບ້ານໂນນຄໍ້ 65 ຊຸດ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!