ໂຮງສີເຂົ້າສຸທັດ ຍັງໃຫ້ບໍລິການສີເຂົ້າສະໜອງສັງຄົມກໍຄືຜູ້ບໍລິໂພກເປັນປົກກະຕິ​

    ທ່ານ ສຸທັດ ແກ້ວດວງສີ ປະທານໂຮງສີເຂົ້າສຸທັດ ເຊິ່ງຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ສຳພາດວັນທີ 20 ເມສາ 2020 ວ່າ: ໃນໄລຍະທີ່ເກີດພະຍາດໂຄວິດ-19 ລະບາດ ເຖິງວ່າຈະໄດ້ຮັບຜົນກະທົບ ແຕ່ກໍປະຕິບັດຕາມແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ໂດຍໄດ້ສີເຂົ້າສະໜອງໃຫ້ສັງຄົມ ກໍຄືຜູ້ບໍລິໂພກເປັນປົກກະຕິທຸຫວັນມື້ໜຶ່ງ 25 ໂຕນ ແລະ ລາຄາກໍປົກກະຕິຄືຜ່ານມາ ຄືເຂົ້າໜຽວເບີ 1 ລາຄາສົ່ງເປົາໜຶ່ງ 4 ແສນກີບ ເຂົ້າໜຽວລວມ 350.000 ກີບຕໍ່ເປົາ ເຂົ້າຈ້າວເບີ 1 ລາຄາ 440.000 ກີບຕໍ່ເປົາ ເຂົ້າຈ້າວປະເພດ 2 ລາຄາ 380.000 ກີບຕໍ່ເປົາ ໂດຍລວມແລ້ວນັບແຕ່ເກີດພະຍາດໂຄວິດ ເຮັດໃຫ້ຍອດຈຳໜ່າຍເຂົ້າຫຼຸດລົງໂດຍສະເພາະເຂົ້າຈ້າວ ຍ້ອນຜູ້ຫຼຸດລົງບໍ່ມີການຈັດງານ ແລະ ບໍ່ມີນັກທ່ອງທ່ຽວ ເຮັດໃຫ້ລູກຄ້າໂຮງແຮມ ເຮືອນພັກ ຮ້ານອາຫານບໍ່ມາຊື້ ແຕ່ກໍຂອບໃຈມາຍັງລັດຖະບານທີ່ມີນະໂຍບາຍຍົກເວັ້ນອາກອນ 3 ເດືອນ ແລະ ດີໃຈທີ່ລັດຖະບານສາມາດຄວບຄຸມການແຜ່ລະບາດຂອງພະບາດໂຄວິດໄດ້ ເຊິ່ງປັດຈຸບັນບໍ່ມີຜູ້ຕິດເຊື້ອເພີ່ມເປັນເວລາ 7 ວັນແລ້ວ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!