ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄສິດ-19 ໄດ້ນໍາພາຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ຄະນະສະເພາະກິດໂຄວິດ-19 ເມືອງນາຊາຍທອງ ສະມາຄົມໂຮງແຮມ ຄະນະອິ່ມບຸນເມດຕາທຳ ແລະ ທ່ານນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ສະມາຊິກສະພາປະຊາຊົນ ຊຸດທີ 2 ເມືອງໄຊທານີ ບໍລິສັດ ຄົມປັນຍາ ແລະ ການນໍາພະແນກການເງິນ ໄດ້ນໍາເອົາຊຸດເຄື່ອງບໍລິໂພກບັນເທົາທຸກ ຊ່ວຍເຫຼືອປະຊາຊົນ 6 ບ້ານ ເມືອງນາຊາຍທອງ ນວ ທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19 ມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ຫົວໜ້າພະແນກການ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ການມອບເຄື່ອງຄັ້ງນີ້ ໄດ້ມີຂຶ້ນວັນທີ 30 ພຶດສະພາ 2021 ຢູ່ທີ່ວັດຈອມມະນີໄຊຍະຣາມບ້ານໂພນແກ້ວ ປະກອບມີບ້ານ ໂພນສະຫວັນ ໂພນແກ້ວ ແລະ ບ້ານດົງຊຽງດີ ຈໍານວນ 100 ຊຸດ ນອກນີ້ ຍັງໄດ້ສືບຕໍ່ມອບໃຫ້ກັບປະຊາຊົນບ້ານສົງເປືອຍໃຕ້ ຫ້ວຍນໍ້າເຢັນ ແລະ ບ້ານສີສະຫວາດ ຢູ່ວັດຫ້ວຍນໍ້າເຢັນເໜືອ ຈໍານວນ 100 ຊຸດ.

