ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 3 ກໍລະນີ

    ທ່ານ  ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ພ້ອມ ດ້ວຍ ທ່ານ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນ ຟູໜ້າທີ່ການ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ ລະບາດເຊື້ອພະຍາດໂຄວິດ-19 ວັນທີ 30 ພຶດສະພາ 2021 ທີ່ກະ ຊວງສາທາລະນະສຸກວ່າ: ວັນທີ 29 ພຶດສະພາ  ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 1.928 ຕົວ ຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອ ໃໝ່ 3 ກໍລະນີ ຈາກນະຄອນຫຼວງ ວຽງຈັນມີຄື: ຜູ້ຕິດເຊື້ອທີ 1 ເປັນ ຜູ້ສຳຜັດໃກ້ຊິດກັບ ກຸ່ມຕິດເຊື້ອ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ຕິດເຊື້ອທີ 2 ແມ່ນ ຈາກ ບ້ານຕານມີໄຊ ຢູ່ຫໍພັກອາຈານ ມະ ຫາວິທະຍາໄລແຫ່ງຊາດ ແລະ ຜູ້ຕິດເຊື້ອທີ 3​ ແມ່ນ ຢູ່ບ້ານໂພນ ປາເປົ້າ ເຊິງທາງທີມແພດນະຄອນ ຫຼວງກໍາລັງຕິດຕາມ ແລະ ຕົວເລກ ສະສົມຕິດເຊື້ອທັງໝົດຢູ່ປະເທດ ເຮົາແມ່ນ 1.911 ຄົນ ເສຍຊິວິດສະ ສົມ 3​ ຄົນ ປິ່ນປົວຫາຍດີ 1.426 ຄົນ (ໃໝ່ 24 ຄົນ) ແລະ ຍັງສືບຕໍ່ ປິ່ນປົວທັງໝົດ 482 ຄົນ.

     ມາຮອດວັນທີ 29 ພຶດສະພາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 1.486 ຄົນ ໃນນີ້ ເຂົ້າມາທາງສະໜາມບິນວັດໄຕ 233 ຄົນມີແຮງງານລາວ ເຂົ້າມາ 109 ຄົນ ເຫຼືອນັ້ນ ແມ່ນ ພະນັກ ງານຂັບລົດ ແລະ ຜູ້ຕິດຕາມ ແລະ ທົ່ວປະເທດມີສູນຈໍາກັດບໍລິເວນ ຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 48 ສສູນ ມີຜູ້ຈໍາກັດບໍລິເວນທັງໝົດ 2.974 ຄົນ.              

     ເຖິງວ່າທ່າອ່ຽງຂອງການລະ ບາດ ຢູ່ໃນປະເທດຂອງພວກເຮົາ ໂດຍລວມ ແລະ ໃນນະຄອນຫຼວງ ໂດຍສະເພາະ ມີທ່າອ່ຽງຫຼຸດລົງ ຕາມການລາຍງານໃນແຕ່ລະວັນ ກໍ່ຕາມ ແຕ່ ພວກເຮົາກໍ່ບໍ່ຕ້ອງ ປະໝາດ ໃນການປະຕິບັດມາດ ຕະການຕ່າງໆ ໃນແຈ້ງການ ທີ່ທາງ ລັດຖະບານ ກໍ່ຄື ຄະນະສະເພາະ ກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກຈົນກວ່າ ພວກເຮົາ ບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ ດັ່ງນັ້ນການ ທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນ ທາງ ໄປສະຖານທີ ອື່ນໆຍັງຖືວ່າ ເປັນ ຍຸດທະສາດ ກໍ່ຄືມາດຕະ ການຫຼັກ ແລະ ສໍາຄັນໃນການຢຸດ ຢັ້ງການແຜລະບາດໃນຄັ້ງນີ້ຂອງປະເທດຂອງພວກເຮົາ ເຖິງວ່າມີແຈ້ງ ການເລກທີ 528/ຫສນຍ ແລະ ແຈ້ງການຂອງນະຄອນຫຼວງວຽຈັນ ກໍ່ຕາມສັງເກດເຫັນວ່າ ຍັງມີການ ລະເມີດ ໂດຍການຊຸມແຊວສັງສັນ ພາຍໃນຄອບຄົວ ຍາດຕິພີ່ນ້ອງ ແລະ ໝູ່ຄູ່ ຈຶ່ງເຮັດໃທໍຫ້ມີການ ຕິດເຊື້ອໃນກຸ່ມດັ່ງກ່າວໃນແຕ່ລະ ວັນ ນອກຈາກນັ້ນ ຜູ້ຕິດເຊື້ອບາງ ຄົນທີມີອາການສະແດງອອກ ໄປເຄື່ອນໄຫວເຮັດວຽກຕາມປົກ ກະຕິ ເຮັດໃຫ້ການລະບາດ ເຂົ້າສູ່ ບັນດາ ຫ້ອງການ ສຳນັກງານອົງ ການ ບໍລິສັດ ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ ເກີດຂື້ນໃນແຕ່ລະວັນ ສະນັ້ນໃນ ໄລຍະປັດຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີ່ຊິວິດໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ ການ ໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ ການຮັກສາໄລຍະ ຫ່າງໃນສັງຄົມ ແລະ ຫຼີກລ້ຽງ ໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນ ແອອັດ ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ ການຊື້ອາຫານ ກັບບ້ານ ການສັ່ງຊື້ເຄື່ອງອອນລາຍ ການງົດໄປຢ້ຽມຢາມຜູ້ສູງອາຍຸ ເປັນຕົ້ນ ຈົນກວ່າພວກເຮົາ ຈະຜ່ານພົ້ນການລະບາດໃນຄັ້ງນີ້.

error: Content is protected !!