ການລົງນາມຮ່ວມມືເພື່ອຈັດ ຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍ ການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນປີທີ 5 ເປັນ ຕົ້ນໄປ ແມ່ນຈະເລີ່ມສົ່ງອອກ ຊຶ່ງ ການ ຮ່ວມມືດັ່ງກ່າວຈະເປັນໂຄງ ການ ທີ່ຈະສ້າງອາຊີບໃຫ້ແກ່ປະ ຊາຊົນລາວຫຼາຍແສນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນລາວດີຂຶ້ນ.

ວັນທີ 28 ພຶດສະພາ ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການ ຄ້າ (ກະຊວງ ອຄ); ບໍລິສັດ ເອໄອ ດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີ ໜານ ສປ ຈີນ ໄດ້ລົງນາມບົດບັນ ທຶກແບບທາງໄກ ເພື່ອຮ່ວມມື ໃນ ການຈັດຊື້ສິນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ພິທີລົງນາມຄັ້ງນີ້, ມີຂຶ້ນລະ ຫວ່າງທ່ານ ພຶດສະພາ ພູມມະສັກ ປະທານບໍລະສັດ AIDC ແລະ ທ່ານ ຈ້າຍ ເຫວີຍ (Dai Wei) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ສາຂາ ເມືອງ ເຈີງໂຈ ແຂວງ ເຫີໜານພ້ອມດ້ວຍມີຜູ້ຕາງ ໜ້າຂອງລັດຖະບານລາວຮ່ວມລົງນາມ ເພື່ອເປັນພະຍານຄື ທ່ານ ໄຊ ສົມເພັດ ນໍລະສິງ ຫົວໜ້າກົມສົ່ງ ເສີມການຄ້າ ກະຊວງ ອຸດສາຫະ ກຳແລະການຄ້າ ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງ ການ ກະຊວງກະສິກຳແລະປ່າໄມ້.

ໃນພິທີ ທ່ານ ພຶດສະພາ ພູມມະ ສັກ ໄດ້ກ່າວວ່າ: ການໄດ້ລົງນາມ ຮ່ວມມືດ້ານຍຸດທະສາດ ໃນການ ເອົາສິນຄ້າຈາກ ສປປ ລາວ ໄປ ຂາຍໃນ ສປ ຈີນ ໂດຍການຮ່ວມ ມືກັບລັດວິສາຫະກິດສະບຽງອາ ຫານ ສປ ຈີນ ຄັ້ງນີ້ ແມ່ນກວມ ເອົາສິນຄ້າກະສິກຳປຸງແຕ່ງ 9 ລາຍ ການໃຫຍ່ ຄື: ຖົ່ວດິນ 1 ແສນ ໂຕນ, ແປ້ງມັນຕົ້ນ 1 ແສນ ໂຕນ, ຊີ້ນງົວແຊ່ແຂງ 1 ແສນໂຕນ, ໝາກ ມ່ວງຫິມະພານ 2 ແສນໂຕນ,ໝາກ ມ່ວງ 1 ແສນ ໂຕນ, ຖຸລຽນ 5 ໝື່ນ ໂຕນ, ຖົ່ວເຫຼືອງ 2 ແສນໂຕນ, ກ້ວຍ 1 ແສນໂຕນ ແລະ ນ້ຳຕານ 5 ແສນໂຕນ ຊຶ່ງລວມມູນຄ່າການສົ່ງ ອອກ 1,5 ຕື້ໂດລາ ພາຍໃນປີທີ 5 ເປັນຕົ້ນໄປຊຶ່ງການຮ່ວມມືດັ່ງກ່າວນີ້ ຈະສ້າງອາຊີບໃຫ້ແກ່ປະຊາຊົນ ລາວຫຼາຍແສນຄອບຄົວ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ຈະສ້າງລາຍຮັບໃຫ້ແກ່ລັດ ຖະບານ; ພ້ອມກັນນັ້ນ, ກໍຍັງເປັນ ການປັບປຸງພື້ນຖານໂຄງລ່າງ ເປັນ ຕົ້ນແມ່ນທະໜົນຫົນທາງ, ໄຟຟ້າ, ນ້ຳປະປາ ແລະ ຊົນລະປະທານ ໄປພ້ອມໆກັນ.