ປະຊາຊົນບ້ານໄຊສະຫວ່າງຫຼາຍຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫຼືອ

    ວັນທີ 29 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຫົວໜ້າຄະນະສະເພາະກິດໂຄວິດ-19 ຂັ້ນ ນວ ພ້ອມຄະນະ ໄດ້ນຳເອົາເຄື່ອງບັນເທົາທຸກໄປແຈກຢາຍໃຫ້ປະຊາຊົນບ້ານໄຊສະຫວ່າງ ເມືອງໄຊທານີ ນວ ຈຳນວນ 75 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ໃນໄລຍະທີ່ພະຍາດໂຄວິດ-19 ລະບາດ ມີທ່ານຫົວໜ້າ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ການນຳເມືອງໄຊທານີ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ. 

    ສຳລັບເຄື່ອງອຸປະໂພກ-ບໍລິໂພກທີ່ນຳໄປແຈກຢາຍໃຫ້ປະຊາຊົນບ້ານໄຊສະຫວ່າງຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງທ່ານນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດກຣິດຕະພົງ ກຣຸບ ຈຳກັດ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ເມືອງໄຊທານີ ແລະ ຄະນະອີ່ມບຸນເມດຕາທຳ ພ້ອມນີ້ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ຍັງໄດ້ມອບເງິນ 3 ລ້ານກີບເພື່ອຊຸກຍຸກວຽກງານບ້ານ ກ່າວຮັບໂກຍທ່ານ ໄພບູນ ໄຊຍະວົງ ນາຍບ້ານໄຊສະຫວ່າງ ເຊິ່ງບ້ານດັ່ງກ່າວມີ 873 ຄອບຄົວ ແລະ ມີຜູ້ຕິດເຊື້ອພະຍາດໂຄວິດ 14 ຄົນ ແລະ ປິ່ນປົວດີແລ້ວ 13 ຄົນ.

# ຂ່າວ & ພາບ : ສົມສະຫວັນ 

error: Content is protected !!