ວັນທີ 29 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຫົວໜ້າຄະນະສະເພາະກິດໂຄວິດ-19 ຂັ້ນ ນວ ພ້ອມຄະນະ ປະກອບມີບັນດາຫົວໜ້າ ຮອງຫົວໜ້າພະແນກການກ່ຽວຂ້ອງ ສົມທົບກັບທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງ ກຣູບຈຳກັດ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ເມືອງໄຊທານີ ແລະ ຄະນະອີ່ມບຸນເມດຕາທຳ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມີເຂົ້າສານ ໄຂ່ໄກ່ ໝີ່ ປາກະປອງ ແລະ ຜ້າອັດປາກ-ອັດດັງ ໄປແຈກຢາຍໃຫ້ປະຊາຊົນ 75 ຄອບຄົວບ້ານນາແຄ ເມືອງໄຊທານີ ນວ ທີ່ມີຄວາມຫຍຸ້ງຍາກໃນການລົງດຳຊີວິດໃນໄລຍະພະຍາດໂຄວິດ-19 ລະບາດ.


ນອກນີ້ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ຍັງໄດ້ມອບເງິນ 3 ລ້ານກີບໃຫ້ອຳນາດການປົກຄອງບ້ານນາແຄເພື່ອນຳໃຊ້ເຂົ້າໃນວຽກງານ ກ່າວຮັບໂດຍທ່ານນາຍບ້ານນາແຄ ເຊິ່ງບ້ານນາແຄມີຜູ້ຕິດເຊື້ອພະຍາດໂຄວິດ 2 ຄົນ.


# ຂ່າວ & ພາບ : ສົມສະຫວັນ