ວັນນີ້ເບົາບາງ.. ທົ່ວປະເທດ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 3 ຄົນ

    ທ່ານ ນາງ ພອນປະເສິດ ໄຊມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຖະແຫຼ່ງຂ່າວໃຫ້ຮູ້ວັນທີ 29 ພຶດສະພາ 2021 ວ່າ: ວັນທີ 28 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຂື້ອພະຍາດໂຄວິດ-19 ທັງໝົດ 2.216 ຕົວຢ່າງ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 3 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 1 ຄົນ ເປັນຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ສະຫວັນນະເຂດ 1 ຄົນ ແລະ ຈໍາປາສັກອີກ 1 ຄົນ ແມ່ນກໍລະນີນໍາເຂົ້າ ກວດພົບໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ ສະເພາະບ້ານທີ່ກໍານົດເປັນເຂດແດງໃໝ່ເພີ່ມ ແມ່ນບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. 

    ສ່ວນວຽກງານປິ່ນປົວ ໄດ້ປິ່ນປົວດີທັງໝົດ 1.402 ຄົນ ໃນນີ້ອອກໂຮງໝໍໃໝ່ 47 ຄົນ ແລະ ກຳລັງປິ່ນປົວຢູ່ໂຮງໝໍທັງໝົດ 503 ຄົນ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!