ວັນທີ 24 ພຶດສະພາ 2021 ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ໄດ້ເຂົ້າຮ່ວມກອງປະຊຸມສະພາທີ່ປຶກສາຂອງໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 4 (ໃນຮູບແບບກອງປະຊຸມທາງໄກ) ຈັດໂດຍສະພານິຕິບັນຍັດແຫ່ງ ບຣູນາຍ ດາລູສະລາມ ໃນຖານະເປັນປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ມີຜູ້ເຂົ້າຮ່ວມຂອງບັນດາສະມາຊິກສະພາແຫ່ງຊາດຈາກປະເທດສະມາຊິກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດປະຈຳພາກພື້ນກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC).

ຄະນະຜູ້ແທນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປຽນຂໍ້ມຸນຂ່າວສານກ່ຽວກັບມາດຕະການໃນການຄວບຄຸມຢາເສບຕິດໃນປະເທດຂອງຕົນ ສິ່ງທ້າທາຍທີ່ເກີດຂຶ້ນ ການດຳເນີນຄະດີ ການຢຶດຢາເສບຕິດ ແລະ ການນຳໃຊ້ມາດຕະການໄລຍະການແຜ່ລະບາດພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບ ແລະ ເປັນສິ່ງທ້າທາຍອັນໜັກໜ່ວງຕໍ່ພາກພື້ນ ແລະ ສາກົນ ທີ່ຕ້ອງໄດ້ເພີ່ມທະວີການຮ່ວມມືກັນໃນການຕ້ານໄພຂົ່ມຂູ່ຈາກຢາເສບຕິດ ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາມະຕິວ່າດ້ວຍການຄວບຄຸມ ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ ເພື່ອກ້າວສູ່ປະຊາຄົມອາຊຽນທີ່ປອດຢາເສບຕິດ ໂດຍສົ່ງເສີມການຮ່ວມມືສອງຝ່າຍ ພາກພື້ນ ແລະ ສາກົນ ໂດຍຜ່ານການແລກປ່ຽນຂໍ້ມູນຂ່າວສານ ການຮ່ວມມືຜ່ານແດນ ບັນດາໂຄງການ ແລະ ແຜນງານຕ່າງໆ ຊ່ວຍເຫຼືອທາງດ້ານເຕັກນິກ ແລະ ປັບປຸງນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບການຄວບຄຸມຢາເສບຕິດໃນພາກພື້ນ ແລະ ໃນໂລກໃຫ້ມີປະສິດທິຜົນກ່ວາເກົ່າ ໂດຍສະເພາະ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມະຕິດັ່ງກ່າວ ຈະໄດ້ນໍາສະເໜີຕໍ່ກອງປະຊຸມໃຫຍ່ AIPA ຄັ້ງທີ 42 ທີ່ ບຣູນາຍ ຈະເປັນເຈົ້າພາບທ້າຍປີ 2021.
# ຂ່າວ & ພາບ : ສົມສະຫວັນ