ທະຫານ ນວ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ

    ວັນທີ 27 ພຶດສະພາ 2021 ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໄດ້ຮັບການ ຊ່ວຍເຫຼືອເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພິທີມອບ-ຮັບເຄື່ອງດັ່ງກ່າວ ຈັດຂຶ້ນຢູ່ທີ່ດ່ານສາກົນເກົາແຈວ ສສ ຫວຽດນາມ ກ່າວມອບໂດຍທ່ານ ພັນເອກ ວູດິງຮືງ ຮອງຫົວໜ້າກົມພະລາທິການ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ແລະ ກ່າວຮັບໂດຍທ່ານ ພັນເອກ ບຸນເຈີ ຄຳມະວົງ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານ ນວ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ສໍາລັບເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ ປະກອບມີ ຜ້າອັດປາກ 50.000 ອັນ ເຈວລ້າງມື 1.000 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ 50 ອັນ ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ແມ່ນການຊ່ວຍເຫຼືອລ້າຢ່າງຈິງໃຈ ຈຸດປະສົງເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄວິດ-19 ໂອກາດນີ້ ທ່ານ ພັນເອກ ບຸນເຈີ ຄຳມະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ພັນເອກ ວູດິງຮືງ  ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມສາມັກຄີອັນສະໜິດແໜ້ນແບບພິເສດ ລະຫວ່າງສອງພັກ-ສອງລັດ ສອງກອງທັບລາວ-ຫວຽດນາມ ໂດຍສະເພາະກອງບັນຊາການທະຫານ ນວ ແລະ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອຕະຫຼອດມາ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ ແລະ ເປັນປະໂຫຍດສູງສຸດ ໂດຍສະເພາະ ໝູນໃຊ້ເຂົ້າໃນວຽກງານການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັບປະກັນ 100%.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!