ໄຊພູທອງ ອະນຸຍາດໃຫ້ແຮງງານອອກຈາກສູນຈໍານວນ 2.​504 ຄົນ​ ຫຼັງຕິດຕາມຄົບກໍານົດ 14 ວັນ

    ພາຍຫຼັງເລີ່ມຈັດຕັ້ງປະຕິບັດແຜນຄວບຄຸມການແຜ່ລະບາດ ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່​ (ໂຄວິດ-19)​ ມາແຕ່ວັນທີ​ 21 ມີນາຫາວັນທີ 20​ ເມສາ 2020 ເປັນຕົ້ນມາ ທາງທິມງານຄະນະສະເພາະກິດຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍໄດ້ຈັດສູນກັກກັນແຮງງານລາວທີ່ມາຈາກປະເທດທີ່ມີກຸ່ມສ່ຽງຕິດພະຍາດໂຄວິດ-19 ມີສູນກັກກັນທັງໝົດ 46 ສູນ​ ມີແຮງງານເຂົ້ານອນສູນທັງໝົດ 2.​507 ຄົນ​ ຍິງ 1.​246 ຄົນ​ ດັ່ງນັ້ນ ມາຮອດວັນທີ 19 ເມສາ 2020 ສູນກັກກັນຢູ່ແຕ່ລະສູນໄດ້ປະຕິບັດລະບຽບຂອງສູນຢ່າງເຂັ້ມງວດ ບັນດາແຮງງານລາວທີ່ຖືກກັກຕົວຢູ່ສູນແຕ່ລະແຫ່ງ ປະຕິບັດຄົບກໍານົດ 14 ວັນ ທາງທິມງານແພດໝໍປະຈໍາສູນ ກໍໄດ້ກວດກາສຸຂະພາບ ແລະ ອຸນນະພູມ ກ່ອນການກັບຄືນສູ່ຄອບຄົວ ກໍເຫັນວ່າບໍ່ມີອາການສົງໄສ​ ມີສຸຂະພາບແຂງແຮງດີ ຈຶ່ງໄດ້ໃຫ້ແຮງງານອອກຈາກສູນເມືອຕິດຕາມອາການຢູ່ບ້ານຈໍານວນ 2.​504 ຄົນ ຍິງ 1.​244 ຄົນ ມີແຮງງານລາວອອກຈາກສູນແລ້ວມີຈໍານວນ 45 ສູນ​ ຍັງເຫຼືອພຽງສູນດຽວຄື: ບ້ານສີສະຫວ່າງໃຕ້ ທີ່ຍັງເຫຼືອມີແຮງງານຄ້າງສູນ 3 ຄົນ​ ຍິງ 2 ຄົນ  ຈາກນັ້ນທາງທິມງານແພດໝໍກໍໄດ້ເຮັດຄວາມສະອາດສູນ ແລະ ພົ່ນຢາຂ້າເຊື້ອທີ່ສູນດັ່ງກ່າວ.​

  ເຖິງວ່າຈະປົດປ້ອຍແຮງງານລາວທີ່ກັບຈາກປະເທດທີ່ມີກຸ່ມສ່ຽງຈາກເຊື້ອພະຍາດໂຄວິດ-19​ ແລ້ວກໍຕາມ ທາງເມືອງໄຊພູທອງ ແຂວງສະຫວັນນະເຂດ ຕ້ອງຈະໄດ້ປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ ເປັນຕົ້ນແມ່ນຫ້າມຈັດກິດຈະກໍາ ຫຼື ໂຮມຊຸມນຸມຕ່າງໆ ເປັນຈຸດ ເປັນກຸ່ມ ຫ້າມອອກ-ເຂົ້າເມືອງ ໃນໄລຍະປິດເມືອງ ຕ້ອງປະຕິບັດວິທີປ້ອງກັນຢ່າງເຂັ້ມງວດ.​ 

error: Content is protected !!