ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານສະກັດກັ້ນ ຄວບຄຸມ ແລະ ປ້ອງກັນຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ປະເທດເຮົາ ກໍຄືຢູ່ນະຄອນຫຼວງວຽງຈັນ (ນວ) ບໍລິສັດ ລາວອິນເຕີເທຣດ ຈຳກັດ ໄດ້ປະກອບສ່ວນວັດຖຸອຸປະກອນນໍ້າຢາຂ້າເຊື້ອ 30 ຕຸກ ລວມມູນຄ່າ 30 ລ້ານກີບ ເພື່ອມອບໃຫ້ຄະນະສະເພາະກິດພະຍາດໂຄວິດ-19 ຂັ້ນ ນວ ໂດຍໄດ້ປະກອບສ່ວນເປັນ 2 ຄັ້ງຄື: ຄັ້ງທຳອິດ ນໍ້າຢາຂ້າເຊື້ອ 10 ຕຸກ ມູນຄ່າ 10 ລ້ານກີບ ແລະ ຊຸດທີ 2 ນໍ້າຢາຂ້າເຊື້ອ 20 ຕຸກ ມູນຄ່າ 20 ລ້ານກີບ.


ພິທີມອບຮັບເຄື່ອງຊ່ວຍເຫຼືອຄັ້ງທີສອງ ຈັດຂຶ້ນວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການ ນວ ກ່າວມອບໂດຍທ່ານ ນາງ ຈຳປາທອງ ທະລົງແສງຈັນ ປະທານບໍລິສັດ ລາວອິນເຕີເທຣດ ຈຳກັດ ແລະ ກ່າວຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດພະຍາດໂຄວິດ-19 ຂັ້ນ ນວ ມີປະທານ ຮອງປະທານສະຫະພັນແມ່ຍິງ ນວ ປະທານສະຫະພັນກຳມະບານ ນວ ຕາງໜ້າພະແນກສາທາລະນະສຸກ ແລະ ພະແນກການຕ່າງປະເທດ ນວ ເຂົ້າຮ່ວມ.

# ຂ່າວ & ພາບ : ສົມສະຫວັນ