ມອບເງິນນະໂຍບາຍອຸດໜູນເສຍຊີວິດເທື່ອດຽວ

    ໂດຍປະຕິບັດຕາມຕາມກົດໝາຍວ່າດ້ວຍປະກັນສັງຄົມ ອີງຕາມຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມໃນກອງທັບປະຊາຊົນລາວ ແລະ ອີງຕາມການເສຍຊີວິດຂອງທ່ານ ພັນຕີ ອ໋ອງ ອິນທະວົງ ກອງປະຈຳກອງພັນນ້ອຍ 511 ທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ).

    ວັນທີ 26 ພຶດສະພາ 2021 ກອງບັນຊາການທະຫານ ນວ ໄດ້ຈັດຕັ້ງລົງມອບເງິນອຸດໜູນເສຍຊີວິດເທື່ອດຽວ 78.334.200 ກີບ  ໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດຢູ່ທີ່ກອງພັນນ້ອຍ 511  ກ່າວມອບໂດຍທ່ານ ພັນໂທ ບຸນແປງ ສຸນີໄຊ ຮອງຫົວໜ້າຫ້ອງທະຫານເມືອງ ກອງບັນຊາການທະຫານ ນວ ມີບັນດາພະແນກການທີ່ກ່ຽວຂ້ອງ ຄະນະພັກ-ຄະນະບັນຊາກອງພັນ 511 ພ້ອມດ້ວຍຄອບຄົວຜູ້ເສຍຊີວິດເຂົ້າຮ່ວມ.   

    ໂອກາດນີ້ ທ່ານ ພັນໂທ ບຸນແປງ ສຸນີໄຊ ໄດ້ເນັ້ນໃຫ້ຄອບຄົວຜູ້ເສຍຊີວິດວ່າ: ນີ້ແມ່ນການປະຕິບັດນະໂຍບາຍຈາກການນຳພັກ-ລັດທີ່ມີຕໍ່ນາຍ-ພົນທະຫານໃນຖັນແຖວຂອງກອງທັບທີ່ຜູ້ເສຍຊີວິດ ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ໄດ້ສ້າງຜົນງານ ຄຸນງາມຄວາມດີໃນຕະຫຼອດຜ່ານມາ ສະນັ້ນ ເມື່ອໄດ້ຮັບເງິນໄປແລ້ວ ຈົ່ງພ້ອມກັນນຳໄປໜູນໃຊ້ເຂົ້າໃນການພັດທະນາສ້າງເສດຖະກິດຄອບຄົວຂອງຕົນໃຫ້ເກີດປະ ໂຫຍດອັນລໍ້າຄ່າເປັນຢ່າງດີ ເພື່ອແນໃສ່ເຮັດໃຫ້ຄອບຄົວຂອງຕົນກາຍເປັນຄອບຄົວທີ່ອຸດົມສົມບູນ ເຂັ້ມແຂງ ແລະ ມີຄວາມຜາສຸກໃນອະນາຄົດຕໍ່ໜ້າຂຶ້ນເປັນກ້າວໆ. 

# ຂ່າວ & ພາບ : ສົມສະຫວັນ 

error: Content is protected !!