ສອງພາກສ່ວນ ມອບອຸປະກອນການແພດໃຫ້ສູນປະຕິບັດງານຄະນະສະເພາະກິດໂຄວິດ-19

    ວັນທີ 28 ພຶດສະພາ 2021 ທີ່ໂຮງແຮມພອນທິບ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດ ອິນດັດສ໌ ແທັກ ຈໍາກັດ ແລະ ທ່ານ ຈັນດາວົງ ສຸດທິທຳ ຜູ້ອໍານວຍການບໍລິສັດ ຢູນິກແທັກ ຈໍາກັດ ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນການແພດຕ້ານໂຄວິດ-19 ໃຫ້ສູນປະຕິບັດງານຄະນະສະເພາະກິດຄວບຄຸມການແຜ່ລະບາດເຊື້ອພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດໂຄວິດ-19 ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ອຸປະກອນການແພດທີ່ມາມອບຄັ້ງນີ້ ປະກອບມີ ຊຸດປ້ອງກັນ PPE ໜ້າກາກ N-95 ຖົງມື-ຖົງຕີນການແພດ ມູນຄ່າ 7.800.000 ກີບ ນອກນີ້ ຍັງມີເຄື່ອງວັດແທກອຸນຫະພູມ ເຄື່ອງໃສເຈວລ້າງມືແບບອັດຕະໂນມັດ ມູນຄ່າ 1.800 ໂດລາສະຫະລັດ. 

    ຂ່າວແຈ້ງຕື່ມອີກວ່າ ວັນທີ 25 ເມສາ 2021 ບໍລິສັດ ອິນດັດສ໌ ແທັກ ຈໍາກັດ ໄດ້ມອບຊຸດປ້ອງກັນ PPE ໜ້າກາກ N-95 ຖົງມື-ຖົງຕີນການແພດ ໃຫ້ສູນປະຕິບັດງານຄະນະສະເພາະກິດຄວບຄຸມການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ໂຮງແຮມລາວເທວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມູນຄ່າ 22.500.000 ກີບ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!