ນັບວ່າເປັນຂ່າວດີທີ່ສຸດ ທີ່ ສປປ ລາວ ຂອງພວກເຮົາກວດບໍ່ພົບຜູ້ຕິດເຊື້ອ COVID-19 ຕິດຕໍ່ກັນເປັນມື້ທີ 7 ແລ້ວ ເຊິ່ງຕົວເລກຂອງຜູ້ທີ່ຕິດເຊື້ອຍັງຢູ່ຕົວເລກ 19 ຄົນ ແລະ ປິ່ນປົວດີ ສົ່ງກັບບ້ານແລ້ວຈຳນວນ 2 ຄົນ ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນວັນທີ 19 ເມສາ 2020.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ກ່າວວ່າ: ໃນວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 15 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 01 ຄົນ ກໍລະນີມີອາການສົງໄສ 14 ຄົນ (ໃນນີ້ ມີແຮງງານລາວທີ່ກັບມາແຕ່ໄທ 0 ຄົນ). ໃນຈຳນວນ 15 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 11 ຄົນ ແລະ ຕ່າງແຂວງ 04 ຄົນ (ຫຼວງພະບາງ 01 ຄົນ ໄຊສົມບູນ 01 ຄົນ ອັດຕະປຶ 01 ຄົນ ໄຊຍະບູລີ 01 ຄົນ) ຜົນກວດທັງໝົດ 15 ກໍລະນີບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 18 ເມສາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 1,333 ຄົນ ກວດພົບເຊື້ອທັງໝົດ 19 ຄົນ (07 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ຈຳນວນຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 09 ມີນາ-18 ເມສາ 2020 ມີທັງໝົດ 313 ຄົນ ໝົດກຳນົດຕິດຕາມທັງໝົດ 291 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 22 ຄົນ ເຊິ່ງມີລາຍລະອຽດ ດັ່ງນີ້: ນະຄອນຫຼວງວຽງຈັນ 21 ຄົນ (ໃນນັ້ນ 13 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103 ຕິດຕາມຢູ່ເຮືອນ 08 ຄົນ ໂດຍສະເລ່ຍຍັງອີກ 07 ມື້ ຈຶ່ງຄົບກຳນົດຕິດຕາມ 14 ວັນ) ແຂວງໄຊສົມບູນ 01 ຄົນ ຕິດຕາມຢູ່ແຄັມພູຄຳ ແລະ ຄົບກຳນົດໃນການຕິດຕາມມື້ນີ້.
ມາຮອດວັນທີ 18 ເມສາ 2020 ທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດ 982 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 6,191 ຄົນ ຈຳກັດບໍລິເວນຢູ່ເຮືອນ 5.396 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອມີທັງໝົດ 122 ຄົນ ທັງໝົດບໍ່ພົບເຊື້ອ.
ປັດຈຸບັນ ຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ ຈຳນວນ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ ຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.