
ກິດຈະກຳແບ່ງປັນນ້ຳໃຈ ຕ້ານໄພໂຄວິດ-19 ໂດຍສະຖານີໂທລະພາບນະຄອນຫຼວງວຽງຈັນ ຮ່ວມກັບສະພາອຸດສາຫະກຳການຄ້າ ສຄອ ນວ ນຳເຄື່ອງອຸປະໂພກ-ບໍລິໂພກ ມາຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກ COVID-19 ຈຳນວນ 5.000 ຖົງ ເຊິ່ງໄດ້ຮັບການສະໜັບສະໜູນຈາກບັນກາຫ້າງຮ້ານ ບໍລິສັດຜູ້ປະກອບການຕ່າງໆ ໂດຍແມ່ນບໍລິສັດ 3S ພັດທະນາຈຳກັດ ຮ່ວມກັບໂທລະພາບ Vte9 ນະຄອນຫຼວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ຈະມອບໃຫ້ແກ່ 5 ເມືອງຄື: ເມືອງຈັນທະບູລີ ໄຊທານີ ໄຊເຊດຖາ ສີໂຄດຕະບອງ ແລະ ເມືອງສີສັດຕະນາກ ມອບໃຫ້ເມືອງລະ 1.000 ຖົງ ໃນມູນຄ່າເບື້ອງຕົ້ນ ສະເລ່ຍເມືອງລະ 60 ລ້ານກີບ ຮູບການຈັດຕັ້ງປະຕິບັດ ແມ່ນບ້ານເປັນເຈົ້າການຂຶ້ນເປົ້າໝາຍຄອບຄົວທີ່ທຸກຍາກ ປ່ຽວພອຍ ເຖົ້າຊະລາ ເສຍອົງຄະ ແລະ ອື່ນໆ ເພື່ອໃຫ້ບ້ານມາຮັບເອົາຢູ່ເມືອງ ເພື່ອນຳໄປແຈກຢາຍໃຫ້ ແຕ່ລະຄອບຄົວ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 19 ເມສາ 2020 ທີ່ໂຄງການບ້ານຈັດສັນ Green Residence ເຂດທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນເມືອງທີ 4 ຂອງການມອບ-ຮັບເຄື່ອງຊ່ວຍເຫຼືອ ຕາງໜ້າມອບໂດຍທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດ ຕາງໜ້າຮັບໂດຍທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ມີທ່ານຮອງຫົວໜ້າພະແນກ ຖວທ ນວ ທ່ານຮອງເຈົ້າເມືອງ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.