ກິດຈະກຳມອບອາຫານເພື່ອຄົນສູ້ຊີວິດ

    ໂຄງການ Food For Fighters LAOS (FFF LAOS) (ອາຫານເພື່ອຄົນສູ້ຊີວິດ) ເປັນໂຄງການສະເພາະກິດ ທີ່ຈັດຕັ້ງກັນເອງຂອງສ່ວນບຸກຄົນ ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຮອບທີ 2 ໂດຍຜູ້ລິເລີ່ມແມ່ນທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ເປັນການທ້ອນໂຮມເງິນບໍລິຈາກ ນຳໝູ່ເພື່ອນສິດເກົ່າໂຮງຮຽນອຸດົມຟ້າງຸ່ມ ສິດເກົ່າມະຫາວິທະຍາໄລແພດສາດ ແລະ ພໍ່ແມ່ພີ່ນ້ອງພາຍໃນ ຄອບຄົວ.

    ເປົ້າໝາຍເພື່ອຊຸກຍູ້ພາລະກິດຕ້ານໂຄວິດ-19 ໂດຍການບໍລິຈາກອາຫານໃຫ້ແພດໝໍ ໜ່ວຍກຼ້ໄພ ທະຫານເວນຍາມຕາມຊາຍແດນ ລວມຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ເຊັ່ນ: ສູນເສຍອາຊີບ ຂາດລາຍໄດ້ ຊ່ວຍເຫຼືອນັກຮຽນ-ນັກສຶກສາ ທີ່ຕົກຄ້າງຢູ່ຕາມຫໍພັກ.

    ໃນ 23 ພຶດສະພາ 2021 ຜ່ານມາ ທາງຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປມອບໃຫ້ແກ່ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຂອງຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ມຊ)  ຈຳນວນ 160 ຊຸດ ໂດຍມີ ທ່ານ ທອງອຸ້ມ ອິນທະພອນ ຄະນະບໍດີ ຄະນະກະເສດສາດ ພ້ອມດ້ວຍຄະນະສະເພາະກິດ ມຊ ເຂົ້າຮ່ວມ.

    ທ່ານ ດຣ ນາງ ສຸພາວະດີ ມາຊູຮາລາ ແຈ້ງໃຫ້ຊາບວ່າ: ພວກເຮົາຍັງຈະສືບຕໍ່ຊ່ວຍເຫຼືອນັກຮຽນນັກສຶກສາ ແລະ ມອບຖົງກູ້ຊີບສຳຫຼັບຕູ້ປັນສຸກຕື່ມອີກ ທ່ານສາມາດເປັນສ່ວນໜຶ່ງໃນພາລະກິດນີ້ ແລະຕິດຕາມພວກເຮົາໄດ້ຈາກເພຈ Facebook “Food For Fighters LAOS”.

error: Content is protected !!