ເຈົ້າຄອງ ໃຫ້ທິດຊີ້ນໍາການຕ້ານ ສະກັດການແຜ່ລະບາດເຊື້ອພະຍາດໂຄວິດ-19 ຈຸດທີ່ມີຄວາມສ່ຽງ

    ວັນທີ 24 ພຶດສະພາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາພະແນກການທີ່ກຽ່ວຂ້ອງຈາກນະຄອນຫຼວງວຽງຈັນ ໄດ້ລົງຊີ້ນຳວຽກງານການປອ້ງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈຸດຄວາມສ່ຽງທີ່ພົວພັນກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 24 ພຶດສະພາ 2021 ໂດຍການນໍາພາຂອງທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ພ້ອມຄະນະ.

    ການລົງເຄື່ອນໄຫວຄັ້ງນີ້ ໄດ້ລົງເຄື່ອນໄຫວຊີ້ນໍາບ້ານໂນນຄໍ້ ຢູ່ຕະຫຼາດໂນນຄໍ້ ເຊິ່ງໄດ້ຮັບຟັງການລາຍງານສະພາບລວມ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກທ່ານ ໄພສະຫວັນ ພົນໄຊຍະວົງ ນາຍບ້ານໂນນຄໍ້ ຈາກນັ້ນ ໄດ້ຮັບຟັງການຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກໍຄືການຄ້າຂາຍຢູ່ພາຍໃນຕະຫຼາດ ຈາກທ່ານນາງ ແສງແກ້ວ ວົງພະຈັນ ອຳນວຍການຕະຫຼາດໂນນຄໍ້ ພ້ອມນັ້ນ ໄດ້ສຶບຕໍ່ເຄື່ອນໄຫວໃຫ້ທິດຊີ້ນໍາບ້ານນາສ້າງໄພ ມີຈໍານວນຜູ້ຕິດເຊື້ອ 12 ຄົນ ກວມເອັາ 16 ຄອບຄົວ ແລະ ບ້ານຈອມມະນີ ມີຈໍານວນຜູ້ຕິດເຊື້ອ 12 ກໍລະນີ ໃນວັນທີ 18 ພຶດສະພາ ມາຮອດວັນທີ 19 ພຶດສະພາ ຄະນະສະເພາະກິດຂັ້ນບ້ານໄດ້ກໍານົດຈູດລັອກດາວໜ່ວຍທີ່ມີການລະບາດ ເຊິ່ງມີຜູ້ສໍາຜັດໃກ້ຊິດ 184 ຄົນ ໃນນີ້ ໄດ້ເຝົ້າລະວັງ ແລະ ກັກບໍລິເວນກຸ່ມຄົນດັ່ງກ່າວ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ທິດຊີ້ນໍາແກ່ອໍານາດການປົກຄອງບ້ານ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ຕັ້ງຈຸດກວດ ແລະ ໜ່ວຍລາດຕະເວນ ລວມໄປເຖິງການໂຄສະນາປະຊາສໍາພັນໂດຍຜ່ານໂທລະໂຄ່ງບ້ານ ເກັບກໍາບັນດາລາຍຊື່ຄອບຄົວທຸກຍາກ ໂດຍສະເພາະ ຄອບຄົວທີ່ມີຄວາມຫຍຸ້ງຍາກໃນໃລຍະລັອກດາວ ໃຫ້ບ້ານສືບຕໍ່ສັງລວມເກັບກໍາຂໍ້ມູນຜູ້ທີ່ໄດ້ຮັບການສັກຢາວັກຊິນ ແລະ ບໍ່ໄດ້ຮັບການສັກຢາວັກຊິນ ເພື່ອລາຍງານໃຫ້ພະແນກສາທາລະນະສຸກນະຄອນຫຼວງວຽງຈັນສັງລວມເກັບກໍາຂໍ້ມູນ ໃຫ້ບ້ານ ແລະ ອົງການປົກຄອງເມືອງ ສົມທົບປະສານງານກັບ ປກສ ກູ່ມ ປກສ ເມືອງ ແລະ ປກສ ນະຄອນຫຼວງວຽງຈັນ ຈັດຕັ້ງກໍາລັງປ້ອງກັນເວນຍາມທາງເຂົ້າ-ອອກພາຍໃນບ້ານ ໃນສະເພາະກຸ່ມທີ່ກໍານົດເປັນພື້ນທີ່ສີແດງຂອງບ້ານ ພິເສດ ບ້ານຈອມມະນີເນັ້ນໜັກເພີ່ມ ໃຫ້ສືບຕໍ່ຂໍຄວາມຮ່ວມມືຈາກຜູ້ສໍາຜັດໃກ້ຊິດຈໍານວນ 184 ຄົນ ສະໜອງຂໍ້ມູນໃນ 7 ວັນຜ່ານມາ ຕົນໄດ້ພົວພັນໃຜແດ່ ເພື່ອເປັນຂໍ້ມູນວິເຄາະວິໄຈ ແລະ ປ້ອງກັນໃຫ້ທັນການ ໃຫ້ບ້ານກໍານົດເປັນມາດຕະຖານໜຶ່ງໃນການຈັດຕັ້ງປະຕິບັດ ໂດຍປະສານຫາຄອບຄົວ ແນໃສ່ສະກັດກັ້ນ ແລະ ຂໍການຮ່ວມມືຈາກສັງຄົມ ສ່ວນຕະຫຼາດໂນນຄໍ້ ຊີ້ນໍາໃຫ້ຄະນະຮັບຜິດຊອບຕະຫຼາດຈົ່ງເອົາໃຈໃສ່ເພີ່ມທະວີການປອ້ງກັນ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກ ໂດຍສະເພາະແມ່ນບັນດາຊາວຄ້າຂາຍ ກໍຄືຜູ້ມາໃຊ້ບໍລິການພາຍໃນຕະຫຼາດໂນນຄໍ້ ຈົ່ງເພີ່ມທະວີມາດຕະການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃສ່ຜ້າອັດປາກ-ອັດດັງ ໝັ່ນລ້າງມືດ້ວຍເຫຼົ້າ 90 ຫຼື ເຈວລ້າງມືຂ້າເຊື້ອ ກ່ອນເຂົ້າມາໃນຕະຫຼາດ ແລະ ໃຫ້ປະຕິບັດມາດຕະການອື່ນໆທີ່ຂັ້ນເທິງວາງອອກຢ່າງເຄັ່ງຄັດ ເພື່ອພອ້ມກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ອອກໝົດໄປຈາກປະເທດເຮົາ.

.                               # ຂ່າວ & ພາບ : ຂັນທະວີ

error: Content is protected !!