ຄໍ້າຫຼ້າ ພັດທະນາວົງ ຜູ້ໂຊກດີຄົນທີ 2 ຈາກກິດຈະກໍາສັກວັກຊິນລຸ້ນຮັບໂຊກ

    ພາຍຫຼັງສໍາເລັດການສຸ່ມຫາຜູ້ໂຊກດີຄົນທໍາອິດ ທີ່ສົ່ງຂໍ້ມູນຕາມກະຕິກາຄົບຖ້ວນ ແລະ ໄດ້ຮັບເງິນມູນຄ່າ 500.000 ກີບ ໃນການເຂົ້າຮ່ວມກິດຈະກໍາ ສັກວັກຊິນລຸ້ນຮັບໂຊກ ວັນທີ 21 ພຶດສະພາ ຜ່ານມາ ບໍລິສັດ ບິກບລູ ເອເຈນຊີ ລາວ ຮ່ວມກັບ ເພຈອິນໄຊລາວ ກໍໄດ້ສືບຕໍ່ຈັດພິທີສຸ່ມຫາຜູ້ໂຊກດີ ຄັ້ງທີ 2 ໂດຍການຖ່າຍທອດສົດຜ່ານຊ່ອງທາງອອນລາຍຂອງເພຈອິນໄຊລາວ ຂຶ້ນວັນທີ 24 ພຶດສະພາ 2021 ຢູ່ບໍລິສັດດັ່ງກ່າວ ໂດຍມີທ່ານ ສັນທະລັກ ຈ່າສານ ປະທານບໍລິສັດບິກບລູ ເອເຈນຊີ ລາວ ພ້ອມດ້ວຍວິຊາການເພຈອິນໄຊລາວ ສື່ມວນຊົນຈາກພາກສ່ວນຕ່າງໆ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.   

    ກິດຈະກໍາ ສັກວັກຊິນລຸ້ນໂຊກ ຈະປະຊາສຳພັນຜ່ານເພຈອິນໄຊລາວ ໃຫ້ຜູ້ທີ່ໄດ້ຮັບວັກຊິນ ຖ່າຍຮູບຄູ່ກັບບັດຢັ້ງຢືນການຮັບວັກຊິນ (ເຫັນລະຫັດບັດຢັ້ງຢືນ ຫຼື ID ຊັດເຈນ) ແລ້ວໂພສໃສ່ໃນຄອມເມັນ ຈະສຸ່ມຫາຜູ້ໂຊກດີທຸກໆວັນຈັນ ຜ່ານເພຈອິນໄຊລາວ ເງື່ອນໄຂຮັບລາງວັນ ສະເພາະຜູ້ທີ່ເຮັດຖືກຕາມກະຕິກາ ກໍມີສິດລຸ້ນຮັບລາງວັນເງິນ 500.000 ກີບ ການຈ່າຍເງິນລາງວັນ ຈະຈ່າຍຜ່ານລະບົບທະນາຄານ ຫຼັງຈາກໄດ້ຜູ້ໂຊກດີແລ້ວ ທີມງານຈະຕິດຕໍ່ຫາເພື່ອຂໍຢັ້ງຢືນຕົວຕົນວ່າຜູ້ກ່ຽວໄດ້ຮັບວັກຊິນແທ້ ແລະ ເປັນຜູ້ດຽວກັນກັບຄົນໃນພາບ ໃນນີ້ ຜູ້ທີ່ໄດ້ຮັບລາງວັນແລ້ວ ຈະບໍ່ມີສິດລຸ້ນລາງວັນໃນອາທິດຕໍ່ໄປ.

    ທ່ານ ສັນທະລັກ ຈ່າສານ ໃຫ້ສໍາພາດວ່າ: ພວກເຮົາມີຄວາມຕັ້ງໃຈທີ່ຈະນຳເງິນຂອງບໍລິສັດບາງສ່ວນມາໃຊ້ເພື່ອເປັນການຄືນທຶນສູ່ສັງຄົມ ໂດຍມອບໃຫ້ຄົນທີ່ໄດ້ສັກວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ແນໃສ່ເຊີນຊວນໃຫ້ທຸກຄົນມາສັກວັກຊິນໃຫ້ຫຼາຍທີ່ສຸດ ປົກກະຕິ ບໍລິສັດພວກເຮົາໄດ້ຈັດກິດຈະກຳເພື່ອສັງຄົມມາໂດຍຕະຫຼອດ ເຊິ່ງປີ 2019 ໄດ້ນຳຜ້າແບນເນີເກົ່າໄປເຮັດເຮືອນໃຫ້ຜູ້ທຸກຍາກຢູ່ເມືອງສັງທອງ ແລະ ລ້ຽງອາຫານໃຫ້ສະມາຄົມຄົນພິການ ປີ 2020 ໄດ້ເຮັດຕູ້ປັນສຸກ ໂດຍພວກເຮົາເປັນຄົນທຳອິດທີ່ລິເລິ່ມ ແລະ ປີນີ້ແມ່ນຄົບຮອບ 15 ປີຂອງບໍລິສັດ ພວກເຮົາໄດ້ເລັງເຫັນຄວາມສໍາຄັນຂອງການສັກຢາວັກຊິນ ຈຶ່ງໄດ້ຈັດໂຄງການນີ້ຂຶ້ນມາ ເຊິ່ງຫວັງວ່າປະຊາຊົນລາວຈະເຫັນຄວາມສຳຄັນຂອງການສັກວັກຊິນຫຼາຍຂຶ້ນ ແລະ ໃນສ່ວນອື່ນທີ່ພວກເຮົາໄດ້ເຮັດໂຄງການນີ້ ຄືພວກເຮົາໄດ້ມີການຂຶ້ນປ້າຍປຸກລະດົມເຊີນຊວນໃຫ້ມີການສັກວັກຊິນ ນອກນີ້ ບໍລິສັດຍັງມີນະໂຍບາຍໃນການຄືນສູ່ສັງຄົມຢ່າງຕໍ່ເນື່ອງ ແລະ ຂໍເປັນສ່ວນໜຶ່ງໃນການຮ່ວມພັດທະນາສັງຄົມລາວຢ່າງຍືນຍົງ. 

    ກິດຈະກໍາ ສັກວັກຊິນລຸ້ນຮັບໂຊກໃນໄລຍະການສັກວັກຊິນງວດທີ 1 ຈະສຸມຫາຜູ້ໂຊກດີ 4 ຄັ້ງ ເຊິ່ງຄັ້ງນີ້ ເປັນຄັ້ງທີ 2 ຜ່ານການສຸ່ມຫາຜູ້ໂຊກດີ ແມ່ນທ່ານນາງ ຄໍ້າຫຼ້າ ພັດທະນາວົງ ຢູ່ບ້ານໂພນໄຊ ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ຈະສຸ່ມຫາຜູ້ໂຊກດີອີກ 2 ຄັ້ງ ຫຼັງຈາກວັກຊິນງວດທີ 2 ເຂົ້າມາ ພວກເຮົາກໍຈະສືບຕໍ່ອີກ 8 ຄັ້ງ ລວມມູນຄ່າລາງວັນ 6 ລ້ານກີບ. 

                # ຂ່າວ & ພາບ:  ສະບາໄພ

error: Content is protected !!