ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 21 ກໍລະນີ

    ທ່ານ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວວັນທີ 24 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: 

    ວັນທີ 23 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.126 ຕົວຢ່າງ ຜົນກວດ ພົບຜູ້ຕິດເຊື້ອ 21 ກໍລະນີ (ກໍລະນີຢັ້ງຢືນທີ 1.802-1.822 ) ຄື: ນະຄອນຫຼວງ ກວດ 458 ຕົວຢ່າງ ແລະ ພົບເຊື້ອ 9 ຕົວຢ່າງ ເຊິ່ງ ແມ່ນການຕິດເຊື້ອໃນຊຸມຊົນ ຈຳປາສັກກວດພົບ 10 ກໍລະນີ ສະຫວັນນະເຂດ ແລະ ອຸດົມໄຊ ແຂວງລະ 1 ຄົນ ສຳລັບແຂວງຈຳປາສັກ ແລະ ສະຫວັນນເຂດ ທັງໝົດ 11 ຕົວຢ່າງແມ່ນກໍລະນີນໍາເຂົ້າ ເປັນແຮງງານລາວກັບຄືນປະເທດທີ່ຖືກຕາມລະບຽບກົດໝາຍ. 

    ສ່ວນຄົນເຈັບທັງໝົດທີ່ຕິດເຊື້ອໃໝ່ ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້. 

    ລາຍລະອຽດຂອງ 9 ກໍລະນີ ທີ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ໄປເຂດ ຫຼື ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ໄປມີດັ່ງນີ້: High-risk settings ຕະຫຼາດສີວິໄລ ຕະຫຼາດໄຮ່ຄຳ ບໍລິສັດແອນນາ ບ້ານສະພານທອງ (ຮ່ອມຕະຫຼາດສະພານທອງ) ບໍລິສັດພັດທະນາບໍ່ແຮ່ຈຳກັດ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບ້ານຫົວຊຽງ ເມືອງໄຊທານີ (ກໍລະນີຕິດເຊື້ອ 1.743 ໄດ້ໄປໃນວັນທີ 22 ແລະ 23/5/2021) ບ້ານຈັນສະຫວ່າງ ໜ່ວຍ 43 ເມືອງສີໂຄດຕະບອງ (ກໍລະນີຕິດເຊື້ອ 1.745 ໄດ້ໄປໃນວັນທີ 21/5/2021). 

    ມາຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມທັງໝົດໃນຂອບເຂດທົ່ວປະເທດ ມີ 1.822 ຄົນ ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ ປີ່ນປົວຫາຍດີ 1.133 ຄົນ ກໍາລັງປີ່ນປົວ 687 ຄົນ ອອກໂຮງໝໍໃໝ່ 59 ຄົນ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນໃຫ້ຄົບຕາມກຳນົດ 14 ວັນ.

                # ຂ່າວ & ພາບ:  ລັດເວລາ

error: Content is protected !!