ດັ່ງທີ່ຮູ້ນໍາກັນແລ້ວວ່າ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 3292/ຍທຂ.ນວ ເລື່ອງ ການກໍ່ສ້າງທາງຈຸດສີ່ແຍກຂອງຈຸດທາງເຕ 6 ມາຄົບກັບໂຄງການກໍ່ສ້າງເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງ ຫາ ບ້ານໜອງພະຍາ ໃນລະຫວ່າງແຕ່ວັນທີ 22 ພຶດສາພາ ຫາ ວັນທີ 30 ມິຖຸນາ 2021.

ເລີ່ມແຕ່ວັນທີ 22 ພຶດສະພາເປັນຕົ້ນມາ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃນນາມເຈົ້າຂອງໂຄງການ ໄດ້ເລີ່ມລົງມືກໍ່ສ້າງທາງຈຸດສີ່ແຍກດັ່ງກ່າວຢ່າງຂຸ້ນຂ້ຽວ ເພື່ອໃຫ້ສໍາເລັດຕາມແຜນການທີ່ຄາດໄວ້ ວັນທີ 30 ມິຖຸນາ 2021 ພາຍຫຼັງກໍ່ສ້າງສໍາເລັດ ຈະກາຍເປັນທາງສີ່ແຍກທີ່ທາງໂຄງການກໍ່ສ້າງຕັດຜ່ານເສັ້ນທາງເຕ 6 ແລະ ໃນອະນາຄົດ ຈຸດດັ່ງກ່າວຈະໄດ້ຕິດຕັ້ງໄຟອໍານາດເພື່ອເຮັດໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນອຸບັດເຫດຕາມຖະໜົນຕື່ມອີກ.

ສະນັ້ນ ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນທາງດ້ານຄວາມປອດໄພຂອງການກໍ່ສ້າງ ຕະຫຼອດຮອດປ້ອງກັນອຸບັດເຫດຂອງຜູ້ສັນຈອນໃນທາງ T6 ຊ່ວງຕອນແຕ່ທາງເບຕົງຫ້ວຍຫົງ ຫາ ໂຮງໝໍແມ່ ແລະ ເດັກ ໃຫ້ຫຼີກລ່ຽງການສັນຈອນຜ່ານຈຸດດັ່ງກ່າວ ໃຫ້ໄປນໍາໃຊ້ເສັ້ນທາງຕານມີໄຊ-ສີເກີດແທນ ຫຼື ຫາກມີຄວາມຈໍາເປັນ ກໍຂໍໃຫ້ປະຕິບັດຕາມປ້າຍແນະນໍາ ແລະ ຫຼຸດຜ່ອນຄວາມໄວລົງ.

# ຂ່າວ & ພາບ: ຂັນທະວີ