ສູນເລືອດແຫ່ງຊາດພົບວິກິດ ບໍ່ສາມາດສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການ

    ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໄປທົ່ວທຸກວຽກງານ ຂະແໜງການ ທີ່ຮ້າຍແຮງໄປກວ່ານັ້ນ ແມ່ນວຽກງານການບໍລິຈາກເລືອກ ແລະ ສະໜອງເລືອດໃຫ້ແກ່ສັງຄົມ.

    ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດ ອົງການກາແດງລາວ ໃຫ້ສຳພາດເມື່ອບໍ່ດົນຜ່ານ ມານີ້ວ່າ: ປັດຈຸປັນ ສູນເລືອດແຫ່ງຊາດພົບກັບບັນຫາການສະໜອງເລືອດບໍ່ພຽງພໍ ເຊິ່ງໃນແຕ່ລະວັນ ມີຜູ້ມາ ຂໍເລືອດຈາກສູນສະເລ່ຍປະມານ 100 ຖົງ ແຕ່ໃນຄວາມເປັນຈິງ ມີຜູ້ສະໝັກໃຈໃຫ້ການປະກອບສ່ວນບໍລິ ຈາກເລືອດໃນແຕ່ລະວັນບໍ່ເຖິງ 20 ຄົນ (20 ຖົງ) ເນື່ອງຈາກບໍ່ສາມາດອອກເຄື່ອນໄຫວຮັບບໍລິຈາກເລືອດ ຕາມສະຖານທີ່ຕ່າງໆຄືເມື່ອກ່ອນ COVID-19 ກໍຢ້ານ ແຕ່ການຕອບສະໜອງເລືອດໃຫ້ຄົນເຈັບກໍຈຳເປັນ “ ທ່ານຮູ້ຫຼືບໍ່? ເລືອດຂອງທ່ານນັ້ນມີຄ່າ ການບໍລິຈາກເລືອດໜື່ງຄັ້ງ ສາມາດຊ່ວຍເຫຼືອຄົນເຈັບໄດ້ ເຖິງ 3 ຊີວິດ.

    ໂອກາດນີ້ ຂໍເຊີນທຸກໆທ່ານຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອຄົນເຈັບທີ່ນອນປີ່ນປົວຢູ່ຕາມໂຮງໝໍຕ່າງໆທົ່ວປະເທດ ທ່ານສາມາດບໍລິຈາກເລືອດໄດ້ທີ່ :

ສູນເລືອດແຫ່ງຊາດ

ຕັ້ງຢູ່ທີ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສູນເລືອດແຂວງ ທົ່ວປະເທດ

ສອບຖາມຂໍ້ມູນໂທ: 030 548 7539 021 214 763 020 5741 6381 ແລະ 020 5741 6382 ໄດ້ຕາມໂມ ເວລາລັດຖະການ.

​                           # ຂ່າວ & ພາບ:  ບຸນມີ

error: Content is protected !!