ແກ້ວທະວີຄູນສົ່ງເສີມຕະຫຼາດ ຈໍາໜ່າຍໝາກນັດໃຫ້ຊາວສວນແຂວງໄຊສົມບູນ

    ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ໃຫ້ສໍາພາດວັນທີ 24 ພຶດສະພາ 2021 ວ່າ: ປັດຈຸບັນ ຊາວສວນບ້ານພູງູ ເມືອງຮົ່ມ ແຂວງໄຊສົມບູນ ກໍາລັງເກັບຜົນຜະລິດໝາກນັດອອກຈໍາໜ່າຍສູ່ຕະຫຼາດ ແຕ່ຜົນຜະລິດດັ່ງກ່າວບໍ່ສາມາດຈໍາໜ່າຍໄດ້ ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ຊາວສວນບ້ານພູງູ ໃຫ້ມີຕະຫຼາດຈໍາໜ່າຍໝາກນັດທີ່ຊາວສວນປູກນັ້ນບໍ່ໃຫ້ອັ່ງອໍ ແລະ ໃຫ້ເຂົາເຈົ້າມີລາຍຮັບຈາກຜົນຜະລິດຂອງຕົນ ທ່ານ ນາງ ຄໍາສີ ສິດທິວໍລະດາ ປະທານສະຫະພັນແມ່ຍິງແຂວງໄຊສົມບູນ ແລະ ທ່ານ ຟອງສະໄໝ ຊໍ່ແສງທອງ ຫົວໜ້າກອງບັນຊາການ ປກສ ເມືອງຮົ່ມ ແຂວງໄຊສົມບູນ ຈຶ່ງໄດ້ປະສານຫາບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ເປັນຜູ້ຊ່ວຍເຫຼືອທາງດ້ານການຕະຫຼາດ ຍ້ອນໄລຍະຜ່ານມາ ບໍລິສັດດັ່ງກ່າວໄດ້ສົ່ງເສີມການຕະຫຼາດໝາກກ້ຽງເມືອງລ້ອງແຈ້ງ ແຂວງໄຊສົມບູນ ແລະ ເຮັດໃຫ້ຜົນຜະລິດຂອງເມືອງດັ່ງກ່າວຈໍາໜ່າຍທັນຕາມລະດູການ ສໍາລັບໜາກນັດຂອງຊາວສວນບ້ານພູງູ ເປັນໝາກນັດທີ່ປູກແບບທໍາມະຊາດ ສາຍພັນນໍ້າເຜິ້ງ ມີລົດຊາດຫວານ ຫອມ ແລະ ແຊບ ເຊິ່ງມີລາຄາຈໍາໜ່າຍ 3 ປະເພດຄື: ໜ່ວຍທີ່ມີນໍ້າໜັກ 3 ກິໂລປາຍ ຈໍາໜ່າຍໃນລາຄາ 20 ພັນກີບ ໜ່ວຍທີ່ມີນໍ້າໜັກ 2 ກິໂລປາຍ  ຈໍາໜ່າຍໃນລາຄາ 15 ພັນກີບ  ແລະ  ໜ່ວຍທີ່ມີນໍາໜັກ 1 ກິໂລ ຈໍາໜ່າຍໃນລາຄາ 10 ພັນກີບ ນອກນີ້ ລູກຄ້າທ່ານໃດສົນໃຈຈະໄປຈໍາໜ່າຍຕໍ່ ບໍລິສັດກໍມີລາຄາຈໍາໜ່າຍສົ່ງໃຫ້ຕື່ມອີກ.

    ບໍລິສັດແກ້ວທະວີຄູນ ເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ນອກຈາກຈໍາໜ່າຍຜົນຜະລິດກະສິກໍາອິນຊີທີ່ປູກຢູ່ສວນບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜັກອໍເກນິກທີ່ປູກຢູ່ປາກຊ່ອງ ແຂວງຈໍາປາສັກ ວັນພຸດ ແລະ ວັນເສົາ ເວລາ 6:00 -12:00 ໂມງ ຢູ່ຕະຫຼາດກະສິກໍາອິນຊີ ສູນການຄ້າລາວ-ໄອເຕັກແລ້ວ ຍັງໄດ້ນໍາຜົນຜະລິດຈໍາໜ່າຍກັບທີ່ ຢູ່ສວນບ້ານໂນນຫວາຍ ເລີ່ມແຕ່ເວລາ 6:00 ໂມງ ຫາ 18:00 ໂມງ ປະກອບມີ: ໝາກນັດຂອງຊາວສວນ ບ້ານພູງູ ເມືອງຮົ່ມ ແລະ ເສັ້ນລ້ອນມັນສາຄູ ນໍ້າຊານ ແຂວງໄຊສົມບູນແລ້ວ ຍັງມີທາດຊີ້ນເປັນຕົ້ນ ໄກ່ລາດ ໄຂ່ໄກ່ ຂອງໂຄງການອົງການມິວຟໍລາວທີ່ໄດ້ສະໜັບສະໜູນຊາວກະສິກອນລາວລ້ຽງໄກ່ແບບທໍາມະຊາດ ເຂົ້າປອດສານພິດ ບໍລິສັດ ພູນເງິນການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ນອກນັ້ນ ຍັງມີປະເພດປາແຫ້ງ ປາຈາວ ທີ່ນໍາມາຈາກແຂວງຈໍາປາສັກ ແລະ ເຄື່ອງແຫ້ງຈໍານວນໜຶ່ງທີ່ຜະລິດພາຍໃນນະຄອນຫຼວງວຽງຈັນນຳອີກ.

​                           # ຂ່າວ & ພາບ:  ຂັນທະວີ

error: Content is protected !!