ໄຊທານີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ

    ວັນທີ 20 ພຶດສະພາ 2021 ການນຳເມືອງໄຊທານີ ພ້ອມດ້ວຍເຈົ້າຄະນະ ອົງການພຸດທະສາສະໜາ (ອພສ) ເມືອງໄຊທານີ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຍາກຂາດເຂີນຂອງເມືອງໄຊທານີ ນຳໂດຍທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພະອາຈານ ມະຫາ ໂສພາ ສີບຸນເຮືອງ ຮອງເຈົ້າຄະນະ ອພສ ເມືອງໄຊທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃຫ້ຄອບຄົວທຸກຍາກ ມີທັງໝົດ 5 ຄອບຄົວຄື: ຄອບຄົວ ຕູ້ນ້ອຍ ຄອບຄົວຕູ້ ສອດ ໄຊຍະເສນາ ປະຊົນບ້ານອຸດົມຜົນ ຄອບຄົວຕູ້ພັນ ປະຊາຊົນບ້ານເວີນຄຳ ຄອບຄົວບາລີ ສາລິຈັນ ປະຊາຊົນບ້ານປ່າໄລ່ ແລະ ຄອບຄົວຕູ້ອີດ ປະຊາຊົນບ້ານຫາດວຽງຄຳ ສ່ວນເຄື່ອງທີ່ນຳໄປມອບໃຫ້ຄອບຄົວດັ່ງກ່າວ ມີເຂົ້າສານ ນ້ຳດື່ມ ໝີ່ສໍາເລັດຮູບ ປາກະປ໋ອງ ແລະ ອາຫານແຫ້ງຈຳນວນໜຶ່ງ ທັງນີ້ກໍເພື່ອເປັນການບັນເທົາທຸກໃຫ້ຄອບຄົວດັ່ງກ່າວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ- 19 ເຊິ່ງການຊ່ວຍເຫຼືອດັ່ງກ່າວ ຍັງຈະໄດ້ສືບຕໍ່ລົງມອບໃຫ້ຄອບຄົວທີ່ຂາດເຂີນຕົວຈິງຢູ່ພາຍໃນເມືອງໄຊທານີຕື່ມອີກ.

​                           # ຂ່າວ & ພາບ:  ລັດເວລາ

error: Content is protected !!