ປັດຈຸບັນ ປະຊາຊົນເມືອງປາກງື່ມ ນະຄອນຫຼວງວຽງຈັນ ກຳລັງຂຸ້ນຂ້ຽວກະກຽມປູກພືດລະດູຝົນ ໂດຍສະເພາະແມ່ນປູກເຂົ້ານາປີ ພາຍຫຼັງເກັບກ່ຽວເຂົ້ານາແຊງສຳເລັດ.

ທ່ານ ສູນທອນ ຂາວຜ່ອງ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກງື່ມ ໃຫ້ສຳພາດ ວັນທີ 24 ພຶດສະພາ 2021 ວ່າ: ປະຊາຊົນເມືອງປາກງື່ມ ສ່ວນໃຫຍ່ແມ່ນຖືອາຊີບກະສະກຳ ເນື່ອງຈາກວ່າເປັນເມືອງທີ່ມີຄວາມອຸດົມສົມບູນທາງດ້ານເນື້ອທີ່ທຳການຜະລິດ ແລະ ປະຊາຊົນກໍມີມູນເຊື້ອໃນການປູກ ການລ້ຽງ ໃນແຕ່ລະປີ ປະຊາຊົນແມ່ນເຮັດນາສອງລະດູຄື: ນາແຊງ ແລະ ນາປີ ໃນປີ 2021 ປະຊາຊົນໄດ້ຜະລິດເຂົ້ານາປີໃນເນື້ອທີ່ 2019 ເຮັກຕາ ກວມເອົາ 23 ບ້ານ ຜົນຜະລິດໄດ້ 4,95 ໂຕນຕໍ່ເຮັກຕາ ປັດຈຸບັນແມ່ນເກັບກ່ຽວສຳເລັດແລ້ວ ແລະ ກຳລັງຂຸ້ນຂ້ຽວກະກຽມຜະລິດເຂົ້ານາປີໃຫ້ສຳເລັດຕາມແຜນການໃນເດືອນກໍລະກົດທີ່ຈະມາເຖິງ ສຳລັບນາປີໃນປີນີ້ ເນື້ອທີ່ຕາມແຜນແມ່ນ 11.200 ເຮັກຕາ ກວມເອົາ 53 ບ້ານ ຜົນຜະລິດຄາດວ່າ 4,85 ໂຕນຕໍ່ເຮັກຕາ ໃນນີ້ ເນື້ອທີ່ນາທີ່ມີຊົນລະປະທານກວມເອົາ 30% ຂອງເນື້ອທີ່ທັງໝົດ ໃນເຂດທີ່ມີຊົນລະປະທານປະຊາຊົນໄດ້ເຮັດນາດຳ ນາຢອດ ແລະ ນາໂຍນ ສ່ວນເຂດທີ່ບໍ່ມີຊົນລະປະທານ ແມ່ນເຮັດນາຫວ່ານ.


ນອກຈາກຜະລິດເຂົ້າແລ້ວ ປະຊາຊົນສ່ວນໜຶ່ງຍັງປູກພືດຊະນິດຕ່າງໆເຊັ່ນ: ສາລີຫວານ ເນື້ອທີ່ 20-30 ເຮັກຕາ ສາລີແຂງປະມານ 70 ເຮັກຕາ ພືດປະເພດໃຫ້ຫົວເຊັ່ນ: ຂ່າ ຫົວສີໄຄ ແລະ ປູກຜັກຊະນິດຕ່າງໆ ເປັນຕົ້ນແມ່ນກຸ່ມກະສິກຳອິນຊີບ້ານທ່າຊ້າງ ແລະ ປູກພືດທົ່ວໄປຕາມທ່າແຮງຂອງແຕ່ລະຄອບຄົວອີກດ້ວຍ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ