ທົ່ວປະເທດພົບຜູ້ຕິດເຊື້ອໃໝ່ເພີ່ມ 19 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 23 ພຶດສະພາ 2021 ວ່າ: ວັນທີ 22 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.631 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ (ກໍລະນີຢັ້ງຢືນເລກທີ 1783-1801 ) ຄື: ນະຄອນຫຼວງ 4 ກໍລະນີ ແມ່ນການຕິດເຊື້ອໃນຊຸມຊົນ ສະຫວັນນະເຂດ 5 ກໍລະນີ ຈຳປາສັກ 5 ກໍລະນີ ແລະ ຄຳມ່ວນ 5 ກໍລະນີ (ທັງ 15 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ ຈາກຈໍາປາສັກ ສະຫວັນນະເຂດ ແລະ ຄຳມ່ວນ). 

    ລາຍລະອຽດ ແລະ ເຂດສ່ຽງ/ສະຖານທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ແມ່ນຫ້ອງແຖວບ້ານໂນນຫວາຍ ໜ່ວຍ 34 ຮ່ອມ 7 ເມືອງໄຊເສດຖາ (ຜູ້ຕິດເຊື້ອອາໄສຢູ່) ຫ້ອງແຖວບ້ານທາດຫຼວງໃຕ້ ຮ່ອມຫຼັງທາດ (ຜູ້ຕິດເຊື້ອໄປຫຼິ້ນວັນທີ 16 ພຶດສະພາ ຫ້ອງແຖວບ້ານເມືອງນ້ອຍ ຮ່ອມ 5 ຫຼັງ ສະຖາບັນຍຸຕິທໍາແຫ່ງຊາດ ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 17-18/ ພຶດສະພາ) ຫ້ອງແຖວບ້ານດົງຄຳຊ້າງ ຕິດກັບຮ່ອມ 10 ເສັ້ນທາງໃຫ່ຍ ສະຖາບັນການເງິນດົງຄຳຊ້າງ ເມືອງ ໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 19 ພຶດສະພາ) ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້. 

    ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ທີ່ຍັງຈຳກັດບໍລິເວນທັງໝົດ 3.223 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວ ແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19. ສຳລັບຜູ້ເດີນທາງເຂົ້າມາ ສປປ ລາວ ຕາມດ່ານຕ່າງໆທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃນຂອບເຂດທົ່ວປະເທດ ທັງໝົດ 2.761 ຄົນ ທຸກຄົນແມ່ນໄດ້ຜ່ານການວັດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້ ຫຼື ອາການຜິດປົກກະຕິ ພ້ອມທັງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ສົ່ງໄປຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!