ພົບຜູ້ຕິດເຊື້ອໃໝ່ 19 ຄົນ ແລະ ປີ່ນປົວຫາຍດີອີກ 225 ຄົນ

    ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 22 ພຶດສະພາ 2021 ວ່າ:

    ວັນທີ 21 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.377 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 9 ກໍລະນີ ສະຫວັນນະເຂດ 2 ກໍລະນີ ຈຳປາສັກ 7 ກໍລະນີ ແລະ ອຸດົມໄຊອີກ 1 ກໍລະນີ ມາຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1.782 ຄົນ ບໍ່ມີເສຍຊີວີດໃໝ່ເພີ່ມ ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ​ ປີ່ນປົວຫາຍດີ 1.025 ຄົນ ແລະ ກຳລັງປີ່ນປົວ 755 ຄົນ. 

    ສໍາລັບຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງວຽງຈັນ 9 ຄົນ (ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ) ແຂວງຈໍາປາສັກ 7 ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ ແລະ ແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປໃສ. 

    ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 755 ຄົນ ໃນ​ນັ້ນ ໄດ້​ຮັບ​ການປິ່ນປົວຫາຍດີທັງໝົດ 1.025 ຄົນ ໃນນີ້ປິ່ນປົວຫາຍດີໃໝ່ 225 ຄົນ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!