ເຈົ້າຄອງ ໃຫ້ທິດຊີ້ນໍາສະຫະກອນລ້ຽງໄກ່ພັນໄຂ່ ແລະ ປາ

    ວັນທີ 20 ພຶດສະພາ 2021 ທີ່ຟາມ ແອວພີວາຍ ທ່ານ ຢົ້ງ ເຂັມຄໍາ ຫົວໜ້າສະຫະກອນລ້ຽງໄກ່ພັນໄຂ່ ແລະ ປາ ໄດ້ລາຍງານໃຫ້ຮູ້ໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງສະຫະກອນລ້ຽງໄກ່ພັນໄຂ່ ແລະ ປາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວ່າ:

    ສະຫະກອນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບການຂຶ້ນທະບຽນໃນປີ 2017 ມີສະມາຊິກທັງໝົດ 30 ຄອບຄົວ ມີຟາມໄກ່ໄຂ່ທັງໝົດ 76 ຫຼັງ ມີໄກ່ທັງໝົດ 220.000 ໂຕ ມີເນື້ອທີ່ທັງໝົດ 93 ເຮັກຕາ ມີໜອງປາ 83 ໜອງ ປ່ອຍປາທັງໝົດ 5 ລ້ານກວ່າໂຕ ມື້ໜຶ່ງຜະລິດໄກ່ໄຂ່ໄດ້ປະມານ 170.000 ໜ່ວຍ ຫຼື 5.666 ແຕະຕໍ່ມື້ ສາມາດຜະລິດໄຂ່ ແລະ ປາ ເປັນສິນຄ້າປ້ອນເຂົ້າສູ່ນະຄອນຫຼວງວຽງຈັນຢ່າງພຽງພໍ ເປັນແບບຢ່າງໃຫ້ແກ່ຊາວກະສິກອນອື່ນໆຫັນມາປະກອບອາຊີບດັ່ງກ່າວຫຼາຍສົມຄວນ ເມື່ອທຽບໃສ່ເມືອງອື່ນໆໃນນະຄອນຫຼວງວຽງຈັນ. 

    ໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ນີ້ ສະຫະກອນໄດ້ຮັບຜົນກະທົບ ເຊັ່ນ: ຂາຍໄດ້ໜ້ອຍລົງ 30-35% ອາດຈະເປັນຍ້ອນລັອກດາວ ຜົນຜະລິດລົ້ນຕະຫຼາດ ແກ້ໄຂບັນຫາດ້ວຍການຂາຍໄກ່ອອກຈໍານວນໜຶ່ງ ລາຄາໄຂ່ຫຼຸດລົງແຕະໜຶ່ງ 18.000-19.000 ກີບຕໍ່ແຕະ (ຕົ້ນທຶນສະເລ່ຍແຕະ 21 ພັນກີບ) ພາຍຫຼັງທີ່ຂາຍໄກ່ອອກຈໍານວນໜຶ່ງ ຈຶ່ງມາຂຶ້ນລາຄາໃນປັດຈຸບັນ 21-22 ພັນກີບຕໍ່ແຕະ ນອກນັ້ນ ໄລຍະນີ້ແມ່ນລະດູຮ້ອນ ແລະ ມີທັງຝົນມາເປັນຮອບເປັນຮອບ ເຮັດໃຫ້ໄກ່ມີບັນຫາລະບົບທາງເດີນອາຫານ ເຮັດໃຫ້ມີການຜະລິດໜ້ອຍລົງພໍສົມຄວນ ສະເລ່ຍຫຼຸດລົງປະມານ 30-35% ແລະ ລາຄາອາຫານໄກ່ແພງຂຶ້ນ ສ່ວນລາຄາໄຂ່ຊໍ້າພັດຫຼຸດລົງ ເຮັດໃຫ້ບໍ່ມີຄວາມສົມດຸນ ສະນັ້ນ ຂໍສະເໜີໃຫ້ພາກລັດຊ່ວຍຫຼຸດຄ່າກະແສໄຟຟ້າລົງ 50% ໃຫ້ພາກລັດຄຸ້ມຄອງລາຄາອາຫານບໍ່ໃຫ້ຂຶ້ນຕະຫຼອດ ພ້ອມທັງກວດຄຸນນະພາບອາຫານໃຫ້ໄດ້ມາດຕະ ຖານຂອງການຜະລິດ ຊ່ວຍອໍານວຍຄວາມສະດວກເລື່ອງຂອງການຈໍາໜ່າຍໃຫ້ມີມາດຕະການໃດໝຶ່ງໃນຂໍ້ກໍານົດທີ່ຊັດເຈນ ໃຫ້ຫຼຸດຄ່ານໍ້າຊົນລະປະທານລົງ 50% ແລະ ໃຫ້ມີການຈໍາກັດຊາວຕ່າງດ້າວທີ່ປະກອບອາຊີບດ້ານດັ່ງກ່່າວ ຄົງຮັກສາໄວ້ໃຫ້ປະຊາຊົນລາວບັນດາເຜົ່າເປັນຜູ້ມີສິດໃນການຜະລິດເທົ່ານັ້ນ. 

    ໂອກາດນີ້ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ຍ້ອງຍໍຊົມເຊີຍຕໍ່ສະຫະກອນລ້ຽງໄກ່ພັນໄຂ່ ແລະ ປາ ທີ່ໄດ້ເອົາໃຈໃສ່ໃນການລ້ຽງ ແລະ ຜະລິດເປັນສິນຄ້າສະໜອງພຽງພໍຕໍ່ຄວວາມຕ້ອງການຂອງຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າກົນໄກກອງທຶນ ແລະ ກົນໄກລາຄາໃຫ້ເປັນຮູບປະທໍາ ພ້ອມທັງຄົ້ນຄວ້າວິທີການເຂົ້າເຖິງແຫຼ່ງທຶນທີ່ມີດອກເບ້ຍຕໍ່າ ນອກນັ້ນ ການຜະລິດ ແລະ ການຈໍາໜ່າຍຈະເຮັດກັບແຂວງໃດ ຕ້ອງເວົ້າກັບແຂວງນັ້ນ ແລ້ວເຮັດໃຫ້ມີລາຍລັກອັກສອນຄັກແນ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ອື່ນໆ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!