15 ກຸ່ມຜະລິດເປັນສິນຄ້າ ໄດ້ຮັບລົດກົນຈັກກະສິກໍາ

    ພິທີມອບລົດກົນຈັກກະສິກໍາ (ລົດໄຖ) ງວດທີ 2 ໃຫ້ແກ່ກຸ່ມຜະລິດເຂົ້າເປັນສິນຄ້າ ຈໍານວນ 15 ກຸ່ມ ຫຼື 15 ບ້ານໃນ 3 ເມືອງເປົ້າໝາຍ ນະຄອນຫຼວງວຽງຈັນ ພາຍໃຕ້ທຶນສົມທົບໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ຈັດຂຶ້ນວັນທີ 21 ພຶດສະພາ 2021 ທີ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຕາງໜ້າມອບຂອງທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕາງໜ້າຮັບຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຈາກນັ້ນ ໄດ້ມອບຕໍ່ໃຫ້ກັບກຸ່ມຜະລິດເຂົ້າເປັນສິນຄ້າ 15 ບ້ານໃນ 3 ເມືອງເປົ້າໝາຍ ມີຫົວໜ້າພະແນກ ຮອງພະແນກ ຮອງເຈົ້າເມືອງ ຫົວໜ້າໂຄງການຂັ້ນສູນກາງພ້ອມຄະນະ ຜູ້ຮັບຜິດຊອບໂຄງການທັງ 3 ເມືອງ ແລະ ອໍານາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ. 

    ລົດໄຖນາຈໍານວນ 15 ຄັນທີ່ມອບຄັ້ງນີ້ ນອນຢູ່ໃນເປົ້າໝາຍການສະໜອງທຶນສົມທົບໃຫ້ແກ່ກຸ່ມຜະລິດຂອງໂຄງການຂັ້ນນະຄອນຫຼວງວຽງຈັນ ໄດ້ກໍານົດໄວ້ 76 ກຸ່ມ ທຶນສົມທົບຈາກໂຄງການ 16.000 ໂດລາສະຫະລັດຕໍ່ກຸ່ມ ແລະ ກຸ່ມຈະຕ້ອງປະກອບສ່ວນປະມານ 4.000 ໂດລາ (ຂຶ້ນກັບມູນຄ່າຂອງວັດຖຸອຸປະກອນທີ່ກຸ່ມຕ້ອງການ) ເຊິ່ງຜ່ານການຈັດຕັ້ງປະຕິບັດໂດຍການລົງສົມທົບກັບກຸ່ມ ແລະ ຜູ້ບໍລິການຂຽນແຜນທຸລະກິດ ປີ 2020 ໂຄງການໄດ້ຊ່ວຍກຸ່ມຂຽນແຜນທຸລະກິດເພື່ອສະເໜີຂໍທຶນສົມທົບຈາກໂຄງການ ແລະ ໄດ້ຮັບອະນຸມັດແລ້ວໃນງວດທີ 1 ຈໍານວນ 12 ກຸ່ມ ແລະ ໃນເດືອນເມສາ 2021 ຜູ້ໃຫ້ທຶນ ກໍຄືທະນາຄານໂລກ ໄດ້ເຫັນດີອະນຸມັດທຶນສົມທົບງວດ 2 ຈໍານວນ 15 ກຸ່ມ ໃນ 3 ເມືອງ ມູນຄ່າ 240.000 ໂດລາ ເຊິ່ງໃນແຜນທູລະກິດ ຫຼື ທຶນສົມທົບຂອງໂຄງການທີ່ກຸ່ມຕ້ອງການ ແມ່ນການລົງທຶນຈັດຊື້ກົນຈັກກະສິກໍາ (ລົດໄຖ 50 ແຮງມ້າ) ມາຮັບໃຊ້ການຜະລິດໃນກູ່ມ ແລະ ພາຍໃນບ້ານ ໂດຍທາງໂຄງການໄດ້ສໍາເລັດການຈັດຊື້ກົນຈັກກະສິກໍາດັ່ງກ່າວຈໍານວນ 15 ຄັນ ແລ້ວນໍາມອບໃຫ້ກຸ່ມລະ 1 ຄັນ ປະກອບມີ ເມືອງຫາດຊາຍຟອງ 3 ກຸ່ມຄື: ບ້ານນາລ້ອງ ບ້ານຖິ່ນແຖນ ແລະ ບ້ານ ສິມມະໂນໃຕ້. ເມືອງໄຊທານີ 7 ກຸ່ມ ຄື: ເວີນຄໍາ ໜອງເຂັງ ໜອງໂນ ນາກຸງ ນາແຖ ບໍ່ເຫຼັກ ແລະ ດົງຄວາຍ ເມືອງປາກງື່ມ 5 ກຸ່ມຄື: ບ້ານໂນນຊາຍ ໝາກຮຽວ ດອນວັງໂພ ບ້ານໂດນ ແລະ ໜາກນາວໃຕ້ ສ່ວນກູ່ມທີ່ຍັງເຫຼືອ ແມ່ນສືບຕໍ່ຂຽນແຜນ ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2021. 

    ໂຄງການຜະລິດກະສິກໍາເປັນສິນຄ້າຢູ່ນະຄອນຫຼວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນທ້າຍປີ 2018 ພື້ນທີ່ຈຸດສຸມ 3 ເມືອງຄື: ຫາດຊາຍຟອງ ໄຊທານີ ແລະ ປາກງື່ມ ໃນນີ້ມີ 51 ບ້ານ 79 ກຸ່ມ ມີ 7.426 ຄອບຄົວ ເນື້ອທີ່ປູກເຂົ້ານາປີ 6.050 ເຮັກຕາ ນາແຊງ 5.000 ເຮັກຕາ ແລະ ພືດຜັກ 274 ເຮັກຕາ ມີຫົວໜ່ວຍທຸລະກິດດ້ານເຂົ້າ ແລະ ພືດຜັກເຂົ້າຮ່ວມ 8 ພາກສ່ວນ ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດເດືອນພຶດສະພາ 2021 ໂຄງການຂັ້ນນະຄອນຫຼວງວຽງຈັນໄດ້ສາມາດສ້າງຕັ້ງກຸ່ມການຜະລິດສໍາເລັດ 3 ເມືອງເປົ້າໝາຍ ແລະ ໄດ້ສໍາເລັດ 76 ກຸ່ມ ເມື່ອທຽບໃສ່ເປົ້າໝາຍລວມຂອງໂຄງການ ປະຕິບັດໄດ້ 113% ມີສະມາຊິກ 2.803 ຄອບຄົວ ມີເນື້ອທີ່ການຜະລິດລະດູຝົນ 2.936 ເຮັກຕາ ແລະ ລະດູແລ້ງ 2.204 ເຮັກຕາ.

# ຂ່າວ : ຂັນທະວີ

error: Content is protected !!