ໃນລະຫວ່າງວັນທີ 13-21 ພຶດສະພາ 2021 ອົງການກາແດງລາວ ໄດ້ນຳເອົາເຄື່ອງ ອຸປະໂພກ ແລະ ບໍລິໂພກ ລວມທັງຜ້າອັດປາກ-ດັງ ແລະ ຜ້າອະນາໄມເພດຍິງ ໄປມອບໃຫ້ແກ່ ຄູອາຈານ ແລະ ນັກສຶກສາຢູ່ ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ສະຖາບັນເສດຖະກິດ-ການເງິນ ສະຖາບັນຍຸຕິທຳ ຫໍພັກນັກສຶກສາຊາຍແພດສາດ ເຊິ່ງມີຜູ້ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຳນວນ 239 ຄົນ ຍິງ 85 ຄົນ ລວມມູນຄ່າການຊ່ວຍເຫຼືອທັງໝົດ 74.700.000 ກີບ ໂດຍການເຂົ້າຮ່ວມມອບຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ທ່ານ ດຣ ກາວິພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ອົງການກາແດງລາວ ພ້ອມດ້ວຍພະນັກງານຄູ-ອາຈານ ນັກສຶກສາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
# ຂ່າວ & ພາບ : ບຸນມີ