ປະກາດຜົນລາງວັນຜູ້ໂຊກດີ ທີ່ເຂົ້າຮ່ວມກິດຈະກຳສັກວັກຊິນລຸ້ນຮັບໂຊກ ຄັ້ງທີ 1

    ວັນທີ 21 ພຶດສະພາ 2021 ບໍລິສັດ ບິກບລູ ເອເຈນຊີ ຮ່ວມກັບ ເພຈອິນໄຊລາວ ຈັດກິດຈະກຳ ສັກວັກຊິນລຸ້ນຮັບໂຊກ ຄັ້ງທີ 1 ໂດຍມີການຖາາຍທອດສົດຜ່ານຊ່ອງທາງອອນລາຍຂອງເພຈ ອິນໄຊລາວ ໂດຍໃຊ້ໂປຣແກມສຸ່ມລາຍຊື່ຜູ້ໂຊກດີຈາກຜູ້ເຂົ້າຮ່ວມກິດຈະກຳທີ່ສົ່ງຂໍ້ມູນຕາມກະຕິກາຄົບຖ້ວນ ຫຼັງຈາກທີ່ມີການກວດສອບຜູ້ໂຊກດີ ບໍລິສັດໄດ້ມີການໂອນເງິນລາງວັນ ຄັ້ງທີ 1 ມູນຄ່າ 500.000 ກີບ ເປັນທີ່ ຮຽບຮ້ອຍ ໂດຍບໍລິສັດຈະມີການເລື່ອນຈັບລາງວັນອີກ 3 ລາງວັນ ເປັນອາທິດໜ້າ ໃນສ່ວນລາງວັນທີ່ເຫຼືອ ຈະເລື່ອນການຈັດກິດຈະກຳໄປຈົນກວ່າຈະໄດ້ຮັບວັກຊິນມາຊຸດໃໝ່. 

    ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດບິກບລູ ເອເຈນຊີ ລາວ ກ່າວວ່າ: ປົກກະຕິ ທາງບໍລິສັດພວກເຮົາໄດ້ມີການຈັດກິດຈະກຳເພື່ອສັງຄົມມາໂດຍຕະຫຼອດຕັ້ງແຕ່ປີ 2019 ພວກເຮົາໄດ້ມີການນຳຜ້າແບນເນີເກົ່າໄປເຮັດເຮືອນໃຫ້ຜູ້ທຸກຍາກຢູ່ເມືອງສັງທອງ ແລະ ລ້ຽງອາຫານໃຫ້ສະມາຄົມຄົນພິການ ໃນປີ 2020 ໄດ້ເຮັດຕູ້ປັນສຸກ 2 ຕູ້ ໂດຍພວກເຮົາເປັນຄົນທຳອິດທີ່ລິເລິ່ມ ແລະ ປີນີ້ແມ່ນຄົບຮອບ 15 ປີ ຂອງບໍລິສັດ ພວກເຮົາເລັງເຫັນຄວາມສໍາຄັນຂອງການສັກຢາວັກຊິນ ຈື່ງໄດ້ຈັດໂຄງການນີ້ຂຶ້ນມາ ເພື່ອຄວາມໂປ່ງໃສໃນການຈັບລາງວັນໃນຮອບໜ້າ ພວກເຮົາຈະເຊີນສື່ມວນຊົນມາເປັນສັກຂີພະຍານດ້ວຍ ໃນສ່ວນລາງວັນທີ່ເຫຼືອ ຈະມີການແຈ້ງອີກຄັ້ງວ່າຈະແຈກເວລາໃດ ເຊິ່ງຕ້ອງໄດ້ລໍຖ້າສັນຍານຈາກລັດຖະບານ. 

    ນອກນີ້ ບໍລິສັດຍັງມີນະໂຍບາຍໃນການຄືນສູ່ສັງຄົມຢ່າງຕໍ່ເນື່ອງ ແລະ ຂໍເປັນສ່ວນໜຶ່ງໃນການຮ່ວມພັດທະນາສັງຄົມລາວຢ່າງຍືນຍົງ. 

# ຂ່າວ & ພາບ : ສະບາໄພ

error: Content is protected !!