ຈາກການທຸ່ມເທເຫື່ອແຮງ ສະຕິປັນຍາຂອງແພດໝໍ ທີ່ໄດ້ຕິດຕາມອາການຢ່າງໃກ້ຊິດ ແລະ ການປະຕິບັດຫຼັກການຂອງຄົນເຈັບເອງ ຈຶ່ງສາມາດປິ່ນປົວຄົນເຈັບຫາຍດີທັງໝົດ. ດັ່ງນັ້ນ ວັນທີ 21 ພຶດສະພາ 2021 ນີ້ ຢູ່ໂຮງໝໍແຂວງຫຼວງພະບາງ ຈຶ່ງໄດ້ມີພິທີສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ນອນປີີ່ນປົວຢູ່ຕຶກແຍກປ່ຽວ ຈໍານວນ 7 ຄົນ ໃຫ້ກັບຄືນໄປຈໍາກັດບໍລິເວນຢູ່ເຮືອນ ພາຍຫຼັງປິ່ນປົວດີ ແລະ ກວດຫາເຊື້ອບໍ່ພົບ 2 ຄັ້ງຕິດຕໍ່ກັນ.

ທ່ານ ດຣ ທອງພຸດ ສຸກກະເສີມ ອໍານວຍການໂຮງໝໍແຂວງຫຼວງພະບາງ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ນັບແຕ່ວັນທີ 24 ເມສາ 2021 ມາຮອດປັດຈຸບັນ ໂຮງໝໍແຂວງຫຼວງພະບາງໄດ້ຮັບເອົາຄົນເຈັບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ ໃນນັ້ນ ເປັນຍິງ 9 ຄົນ ແລະ ເດັກນ້ອຍ 2 ຄົນ ມາຈາກນະຄອນຫຼວງພະບາງ ມີ 8 ຄົນ ແລະ ເມືອງຊຽງເງິນ 5 ຄົນ ໃນນັ້ນ ຫາຍດີແລ້ວ 6 ຄົນ ແລະ ອະນຸຍາດໃຫ້ກັບບ້ານໄດ້ເປັນຊຸດທຳອິດໃນວັນທີ 15 ພຶຶດສະພາຜ່ານມາ ສ່ວນຄົນເຈັບຕິດເຊື້ອພະຍາດໂຄວິດ-19 ອີກ 7 ຄົນທີ່ນອນສືບຕໍ່ປີ່ນປົວຢູ່ໂຮງໝໍແຂວງ ທີມແພດໄດ້ສືບຕໍ່ປີ່ນປົວຕາມອາການ ທັງໄດ້ເກັບຕົວຢ່າງມາກວດວິເຄາະຫຼາຍຄັ້ງ ມາຮອດວັນທີ 21 ພຶດສະພານີ້ ຜົນກວດຂອງທຸກຄົນແມ່ນໃຫ້ຜົນລົບ 2 ຄັ້ງຕິດຕໍ່ກັນ ຈື່ງໄດ້ອະນຸຍາດໃຫ້ເຂົາເຈົ້າກັບຄືນໄປສູ່ຄອບຄົວ ໂດຍໄດ້ແນະນຳໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຕື່ມ 14 ວັນ ແລະ ຈະມີການເກັບຕົວຢ່າງມາກວດວິເຄາະອີກຄັ້ງເພື່ອຄວາມປອດໄພ ກ່ອນຈະອະນຸຍາດໃຫ້ເຂົາເຈົ້າສາມາດດຳລົງຊີວິດຕາມປົກກະຕິ.

ສໍາລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປີ່ນປົວຫາຍດີ ແລະ ໄດ້ຮັບການອະນຸຍາດໃຫ້ອອກໂຮງໝໍໃນວັນທີ່ 21 ພຶດສະພານີ້ ມີຈຳນວນ 7 ຄົນ ໃນນັ້ນ 4 ຄົນ ຢູ່ນະຄອນຫຼວງພະບາງ ແລະ ເມືອງຊຽງເງິນ 3 ຄົົນ ຜົນສຳເລັດທີ່ພາກພູມໃຈ ແມ່ນການປີ່ນປົວເດັກນ້ອຍອາຍຸ 1 ປີ 5 ເດືອນ ແລະ ອາຍຸ 2 ເດືອນ ໃຫ້ຫາຍດີຈາກພະຍາດໂຄວິດ-19 ລວມທັງແມ່ຜູ້ເບີ່ງແຍງເດັກ ແລະ ພະນັກງານແພດທຸກຄົນ ແມ່ນປອດໄພຈາກພະຍາດໂຄວິດ-19.

# ຂ່າວ & ພາບ : ເພັດສະໝອນ