ທົ່ວປະເທດພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 12 ຄົນ

    ວັນທີ 21 ພຶດສະພາ 2021 ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ. 

    ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ວັນທີ 20 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.815 ຕົວຢ່າງ ພົບຜູ້ຕິດເຊື້ອ 12 ຄົນ ໃນນີ້ ນະຄອນຫຼວງວຽງຈັນກວດ 1.059 ຕົວຢ່າງ ພົບຜູ້ຕິດເຊື້ອໃໝ່ 4 ຄົນ ເຊິ່ງເປັນການຕິດເຊື້ອໃນຊຸມຊົນ ສະຫວັນນະເຂດກວດ 64 ຕົວຢ່າງ ພົບເຊື້ອ 5 ຄົນ ແມ່ນການຕິດເຊື້ອນໍາເຂົ້າຈາກຕ່າງປະເທດ ຈຳປາສັກ ກວດ 212 ຕົວຢ່າງ ພົບເຊື້ອ 2 ຄົນ ແມ່ນການຕິດເຊື້ອນໍາເຂົ້າອຸດົມໄຊ ກວດ 61 ຕົວຢ່າງ ພົບເຊື້ອ 1 ຄົນ ເຊິ່ງກໍາລັງສອບຖາມປະຫວັດຢ່າງລະອຽດ ມາຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1.763 ຄົນ ບໍ່ມີເສຍຊີວີດໃໝ່ເພີ່ມ ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ ປີ່ນປົວຫາຍດີ 800 ຄົນ ແລະ ກຳລັງປີ່ນປົວ 961 ຄົນ. 

    ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 961 ຄົນ ໃນ​ນັ້ນ ໄດ້​ຮັບ​ການປິ່ນປົວດີທັງໝົດ 800 ຄົນ (ໃໝ່ 60 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼືສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ ແຍກຕົນເອງອອກຈາກຄົນໃນຄອບຄົວ ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະພາບ ເຊັ່ນ: ວັດແທກອຸນຫະພູມ ສອບຖາມອາການ ຖ້າພົບເຫັນເປັນໄຂ້ ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ ທັງໝົດນີ້ ແມ່ນສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ວ່າຄົນເຈັບທີ່ອອກຈາກໂຮງໝໍແມ່ນປະຕິບັດຕາມຄໍາແນະນໍາຢ່າງເຄັງຄັດ ແລະ ບໍ່ອອກຈາກບ້ານຈົນໝົດກໍານົດ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!