ກອງປະຊຸມສາກົນ ວ່າດ້ວຍອະນາຄົດ​ຂອງອາຊີ ຄັ້ງທີ 26

    ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 26 ພາຍໃຕ້ຫົວຂໍ້: “ການສ້າງຍຸກສະໄໝຫຼັງໂຄວິດ-19: ບົດບາດຂອງອາຊີໃນການຟື້ນຕົວຂອງໂລກ” (Shaping the post-COVID era: Asia’s role in the global recovery) ໃນວັນທີ 20-21 ພຶດສະພາ 2021 ໃນຮູບແບບກອງປະຊຸມທາງໄກ ຈັດໂດຍສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI). 

    ໃນກອງປະຊຸມຄັ້ງນີ້ ທ່ານປະທານປະເທດໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງບັນຫາທີ່ພົ້ນເດັ່ນຂອງໂລກ ແລະ ສິ່ງທ້າທາຍທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນນີ້ ພ້ອມທັງຍົກໃຫ້ເຫັນເຖິງການວາງແຜນທີ່ມີລັກສະນະຍຸດທະສາດຮ່ວມກັນ ເພື່ອຮັບມືກັບສິ່ງທ້າທ້າຍຕ່າງໆ ພາຍຫຼັງ COVID-19 ບົດບາດຄວາມສໍາ ຄັນຂອງອາຊີ ໃນການຟື້ນຟູເສດຖະກິດ-ສັງຄົມຂອງໂລກ ແລະ ການເພີ່ມທະວີການຮ່ວມມືທີ່ມີຄຸນນະພາບ ເພື່ອການພັດທະນາທີ່ສອດຄ່ອງກັບຍຸກສະໄໝໃໝ່ດ້ວຍຄວາມຮັບຜິດຊອບຮ່ວມກັນ. 

    ພ້ອມກັນນີ້ ພະນະທ່ານປະທານປະເທດແຫ່ງ ສປປ ລາວ ກໍໄດ້ຍົກໃຫ້ເຫັນບົດບາດຂອງ ສປປ ລາວ ໃນການປະກອບສ່ວນຮ່ວມມືຢ່າງຕັ້ງໜ້າ ເຂົ້າໃນຂະບວນການລວມ ເພື່ອກຽມພ້ອມ ແລະ ຮັບມືກັບວິກິດການຕ່າງໆໃນປັດຈຸບັນ ແລະ ອາດເກີດຂຶ້ນໃໝ່ ແນໃສ່ປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ການພັດທະນາ ຮ່ວມກັບວົງຄະນະຍາດສາກົນ ແລະ ກໍໄດ້ຖືໂອກາດສະແດງ ຄວາມຂອບໃຈຕໍ່ປະເທດເພື່ອນມິດ ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ການພື້ນຟູເສດຖະກິດ ຫຼັງວິກິດການດັ່ງກ່າວ. 

    ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນຄັ້ງນີ້ເປັນຄັ້ງທີ 5 ຊຶ່ງທ່ານໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມດັ່ງກ່າວ ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງການປາໄສແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ. ພ້ອມນີ້ ຍັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.

# ຂ່າວ : ອົ່ນ ໄຟສົມທອງ

error: Content is protected !!