ວັນທີ 20 ພຶດສະພາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກໝາກມີ້ເປັນສິນຄ້າ ຂອງບໍລິສັດ ດວງຈະເລີນ ປູກໝາກໄມ້ໃຫ້ໝາກການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
ທ່ານ ເຢດດາລາ ອິນສີຊຽງໃໝ່ ຫົວໜ້າຫ້ອງການບໍລິສັດ ດວງຈະເລີນ ປູກໝາກໄມ້ໃຫ້ໝາກ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ລາຍງານໃຫ້ຮູ້ວ່າ: ບໍລິສັດ ດວງຈະເລີນ ປູກໝາກໄມ້ໃຫ້ໝາກ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນບໍລິສັດຢູ່ໃນເຄືອຂ່າຍດຽວກັນກັບບໍລິສັດ LS ການຄ້າຂາເຂົ້າ-ຂາອກຈໍາກັດ ແລະ ເປັນບໍລິສັດຂອງນັກທຸລະກິດລາວ ໂດຍໄດ້ເຊົ່າດິນກັບປະຊາຊົນທັງໝົດ 184 ເຮັກຕາ ມີໄລຍະເວລາ 30 ປີ ເຊິ່ງໃນເບື້ອງຕົ້ນ ໄດ້ສະເໜີຂໍປູກກ້ວຍເປັນສິນຄ້າ ເພື່ອສົ່ງອອກໄປຈີນ ແຕ່ເນື່ອງຈາກວ່າສະຖານທີ່ດັ່ງກ່າວມີນໍ້າສະໜອງບໍ່ພຽງພໍ ຈຶ່ງສະເໜີປ່ຽນມາປູກໝາກມີ້ແທນ ເຊິ່ງເຫັນວ່າມີຄວາມເໝາະສົມ ແລະ ໄດ້ຮັບອະນຸຍາດການລົງທຶນປູກໝາກມີ້ເປັນສິນຄ້າມາດຕະຖານກະສິກໍາທີ່ດີ ຈາກຄະນະສົ່ງເສີມຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ປັດຈຸບັນ ໄດ້ບຸກເບີກເນື້ອທີ່ສໍາເລັດແລ້ວ 180 ເຮັກຕາ ປູກໝາກມີ້ 108 ເຮັກຕາ ປູກໝາກພຸກ 17 ເຮັກຕາ ແລະ ຈະສືບຕໍ່ປູກໝາກມີ້ຕື່ມອີກ 47 ເຮັກຕາ ໃຫ້ສໍາເລັດໃນປີ 2021.

ສໍາລັບແນວພັນໝາກມີ້ ແມ່ນນໍາເຂົ້າຈາກ ສສ ຫວຽດນາມ ແຜນການປູກ 1 ເຮັກຕາ ປູກໄດ້ 600 ຕົ້ນ ສະເລ່ຍຜົນໄດ້ຮັບປະມານ 15 ໂຕນ ໃນປີທີ 1 ປີທີ 2 ປີທີ 3 ຈະເພີ່ມຂຶ້ນ 30 ໂຕນຕໍ່ເຮັກຕາ ແລ້ວເກັບຕໍ່ໆໄປ ຜົນຜະລິດພາຍຫຼັງເກັບກູ້ແລ້ວແມ່ນສົ່ງອອກໄປ ສປ ຈີນ 90% ແລະ ຂາຍພາຍໃນ 10% ຄາດຄະເນຜົນຜະລິດປີທີ 3 ເປັນຕົ້ນໄປ ຈະມີໝາກມີ້ສົ່ງອອກຂາຍບໍ່ຫຼຸດ 4.500 ໂຕນຕໍ່ປີ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນໂດຍໄດ້ເນັ້ນໃຫ້ບໍລິສັດມີມາດຕະການຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ມີປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາລັກເຄື່ອງຂອງ ຜົນລະປູກ ແລະ ບໍ່ໃຫ້ສັດລ້ຽງຂອງປະຊາຊົນເຂົ້າມາທໍາລາຍຜົນລະປູກພາຍໃນສວນ ພ້ອມນັ້ນ ໃຫ້ເບິ່ງຂັ້ນຕອນການປູກ ນັບແຕ່ການເລືອກແນວພັນ ການບົວລະບັດຮັກສາ ແຕ່ມື້ປູກຈົນຮອດມື້ເກັບກ່ຽວຮັບປະກັນຜົນຜະລິດອອກມາມີຄຸນນະພາບ ແລະ ໃຫ້ເປັນທີ່ຮອງຮັບຂອງຜູ້ບໍລິໂພກຂອງຕະຫຼາດສາກົນ ແລະ ຕະຫຼາດພາຍໃນ.
# ຂ່າວ & ພາບ : ຂັນທະວີ