ເນັ້ນໃຫ້ສູນສົງເຄາະປູກຕົ້ນໄມ້ໃຫ້ມີອາກາດປອດໂປ່ງ

    ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງສູນສົງເຄາະ ນະຄອນຫຼວງວຽງຈັນ ວັນທີ 20 ພືດສະພາ 2021 ທີ່ສູນດັ່ງກ່າວ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ພ້ອມຄະນະໃຫ້ການຕ້ອນຮັບ.

    ທ່ານ ສາລະພິດ ສູນວໍລະວົງ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ສູນດັ່ງກ່າວມີຄົນໄບ້ບ້າ ເສຍຈິດ ບໍ່ມີບ່ອນຢູ່ອາໄສ ແລະ ຄົນຂໍທານທີ່ອາໄສໃນສູນສົງເຄາະນະຄອນຫຼວງວຽຈັນ ມີຈໍານວນທັງໝົດ 355 ຄົນ ຍິງ 83 ຄົນ ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງທ່ານນາຍົກລັດະມົນຕີ ສະບັບເລກທີ 15/ນຍ ຄະນະພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໃຫ້ສູນສົງເຄາະປິດການພົວພັນຈາກພາຍນອກ ເຊັ່ນ: ງົດການຢ້ຽມຢາມຂອງຍາດພີ່ນ້ອງ ປິດຮັບຄົນເຂົ້າ-ອອກສູນ  ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ຍົກເວັ້ນກໍລະນີຈໍາເປັນເທົ່ານັ້ນ ພ້ອມນັ້ນ ໄດ້ສະເໜີການປະກອບບຸຄະລາກອນເພີ່ມ ປູກສ້າງອາຄານໃຫ້ໄດ້ມາດຕະຖານ ຢາປິ່ນປົວພະຍາດ ງົບປະມານຊ່ວຍເຫຼືອ ຂໍຍົກຍ້າຍກຸ່ມຕິດສານເສບຕິດໄປຮັບການປິ່ນປົວຢູ່ສູນບໍາບັດຢາເສບຕິດ ແລະ ຂໍຍົກລະດັບບົດບາດຂອງສູນສັງຄົມສົງເຄາະໃຫ້ທຽບເທົ່າກັບຂະແໜງການ.

    ໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ຍ້ອງຍໍຊົມເຊີຍການປະຕິບັດໜ້າທີ່ຂອງພະນັກງານຮັບຜິດຊອບສູນສົງເຄາະ ໂດຍເບິ່ງຈາກຕົວຈິງແລ້ວ ເຫັນວ່າສູນມີຄວາມແອອັດຫຼາຍ ດັ່ງນັ້ນ ມີຄວາມຈໍາເປັນຕ້ອງໄດ້ປັບປຸງສູນຄືນໃໝ່ ໃນນີ້ ໃຫ້ເລັ່ງປູກຕົ້ນໄມ້ເພື່ອໃຫ້ມີຮົ່ມເຢັນ ພ້ອມທັງໃຫ້ຄົ້ນຄວ້າຄືນ ບັນດາພາລະບົດບາດ ສິດ ແລະ ໜ້າທີ່ຂອງສູນຄືນໃໝ່  ສົມທົບກັບ ປກສ ນະຄອນຫຼວງ ໄຈ້ແຍກລະອຽດອອກເປັນແຕ່ລະກຸ່ມຄົນເຊັ່ນ: ຖ້າຜູ້ຕິດຢາເສບຕິດ ໃຫ້ແຍກໄປສູນປິ່ນປົວ ແລະ ເຝິກອົບຮົມຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ເພື່ອເອົາໄປດັດສ້າງ ຜູ້ທີ່ເປັນບ້າເສຍຈິດ ໃຫ້ພົວພັນກັບໂຮງໝໍທີ່ມີທ່ານໝໍສະເພາະດ້ານເພື່ອມາປິ່ນປົວ ພ້ອມນັ້ນ ໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ໂອກາດດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ໄດ້ມອບນໍ້າຢາຂ້າເຊື້ອ ເຄື່ອງວັດແທກອຸນຫະພູມ ແລະ ອູປະກອນການແພດຈໍາເປັນຈໍານວນໜຶ່ງ ເພື່ອໃຫ້ສູນນໍ້າໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19.

# ຂ່າວ & ພາບ : ຂັນທະວີ

error: Content is protected !!