ປຸກລະດົມໃຫ້ປະຊາຊົນໄປສັກວັກຊິນເພື່ອສ້າງພູມຄຸ້ມກັນພະຍາດໂຄວິດ-19

    ບໍລິສັດ ຟ້າໃຫຍ່ ມີເດຍ (ບິກບລູ ເອເຈນຊີ ລາວ) ຈັດໂຄງການຮ່ວມກັບເພຈຂ່າວ ອິນໄຊລາວ ໂດຍມີຈຸດປະສົງປຸກລະດົມໃຫ້ປະຊາຊົນໃນ ສປປ ລາວ ໄປສັກວັກຊິນ ເພື່ອຈະໄດ້ເກີດພູມຄຸ້ມກັນໝູ່ (ຕາມຂໍ້ມູນທີ່ອີງມາຈາກອົງການອະນາໄມໂລກ ປະຊາກອນໃນແຕ່ລະປະເທດຕ້ອງໄດ້ສັກວັກຊິນຢ່າງໜ້ອຍ 70%) ໂດຍຜູ້ທີ່ຮັບວັກຊິນແລ້ວ ສາມາດທີ່ຈະມີສິດຮັບລາງວັນ ໂດຍເພຈດັ່ງກ່າວຈະມີການສຸ່ມຈັບຂໍ້ມູນຂອງຜູ້ຮ່ວມຫຼິ້ນກິດຈະກຳອາທິດລະລາງວັນ ລາງວັນລະ 500.000 ກີບ ເປັນເວລາ 12 ອາທິດ ເລີ່ມແຕ່ວັນທີ 20 ພຶດສະພາ 2021 ເປັນຕົ້ນໄປ.

    ສໍາລັບກິດຈະກໍາສັກລຸ້ນໂຊກ ຈະປະຊາສຳພັນຜ່ານເພຈ ອິນໄຊລາວ ໃຫ້ຜູ້ທີ່ໄດ້ຮັບວັກຊິນຖ່າຍຮູບຄູ່ກັບບັດຢັ້ງຢືນການຮັບວັກຊິນ (ເຫັນລະຫັດບັດຢັ້ງຢືນ ຫຼື ID ຊັດເຈນ) ແລ້ວໂພສໃສ່ໃນຄອມເມັ້ນ ໂດຍຈະຈັບລາງວັນທຸກວັນຈັນດ້ວຍການແລນດອມຊອກຫາຜູ້ໂຊກດີ ເລິ່ມຄັ້ງທໍາອິດວັນທີ 24 ພຶດສະພາ ແລະ ຄັ້ງສຸດທ້າຍວັນຈັນທີ 3 ສິງຫາ 2021 ໂດຍເງື່ອນໄຂຮັບລາງວັນສະເພາະຜູ້ທີ່ເຮັດຖືກຕາມກະຕິກາ ມີສິດລຸ້ນຮັບລາງວັນເງິນສົດ 500.000 ກີບ ການຈ່າຍເງິນລາງວັນ ຈະຈ່າຍຜ່ານລະບົບທະນາຄານ ເພື່ອເປັນການຮັກສາໄລຍະຫ່າງທາງສັງຄົມ ຫຼັງຈາກໄດ້ຜູ້ໂຊກດີແລ້ວ ທີມງານຈະຕິດຕໍ່ຫາເພື່ອຂໍຢັ້ງຢືນຕົວຕົນວ່າຜູ້ກ່ຽວໄດ້ຮັບວັກຊິນແທ້ ແລະ ເປັນຜູ້ດຽວກັນກັບຄົນໃນພາບ ໃນນີ້ຜູ້ທີ່ໄດ້ຮັບລາງວັນແລ້ວ ຈະບໍ່ມີສິດລຸ້ນລາງວັນໃນອາທິດຕໍ່ໄປ ສະຫງວນສິດສຳລັບຜູ້ທີ່ກົດຖືກໃຈ ຫຼື ກົດຕິດຕາມເພຈ InsideLaos ເທົ່ານັ້ນ.

    ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດບິກບລູ ເອເຈນຊີ ລາວ ກ່າວວ່າ: ພວກເຮົາມີຄວາມຕັ້ງໃຈທີ່ຈະນຳເງິນຂອງບໍລິສັດບາງສ່ວນມາໃຊ້ເພື່ອເປັນການຄືນທຶນສູ່ສັງຄົມ ໂດຍມອບໃຫ້ຄົນທີ່ໄດ້ສັກວັກຊິນ ເພື່ອເປັນການເຊີນຊວນໃຫ້ທຸກຄົນມາສັກວັກຊິນໃຫ້ຫຼາຍທີ່ສຸດ ໂຄງການນີ້ໄດ້ຮ່ວມມືກັບເພຈຂ່າວອິນໄຊລາວ ໃນການເຮັດກິດຈະກຳເພື່ອສັງຄົມດັ່ງກ່າວ ພວກເຮົາຫວັງວ່າປະຊາຊົນລາວຈະເຫັນຄວາມສຳຄັນຂອງການສັກວັກຊິນເພີ່ມຫຼາຍຂຶ້ນ ແລະ ໃນສ່ວນອື່ນທີ່ພວກເຮົາໄດ້ເຮັດໂຄງການນີ້ ຄືພວກເຮົາໄດ້ມີການຂຶ້ນປ້າຍປຸກລະດົມເຊີນຊວນໃຫ້ມີການສັກວັກຊິນອີກດ້ວຍ ພວກເຮົາຫວັງວ່າໂຄງການດັ່ງກ່າວຈະມີປະໂຫຍດຕໍ່ສັງຄົມບໍ່ຫຼາຍກໍໜ້ອຍ. 

# ຂ່າວ & ພາບ: ສະບາໄພ

error: Content is protected !!