ໃນໄລຍະເພີ່ມທະວີວຽກງານປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ກຳລັງ ປກສ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຜູ້ປະກອບການຮ້ານອິນເຕີເນັດຄາເຟ່ ໃຫ້ປະຕິບັດຄຳສັ່ງເລກທີ 15/ນຍ ແລະ ຂໍໃຫ້ມີພັນທະໜ້າທີ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເພື່ອຜົນປະໂຫຍດລວມຂອງຊາດ ຂອງສັງຄົມ.

ທ່ານ ພັນໂທ ຄຳພອນ ພົມມະຈັນ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 18 ພຶດສະພາ 2021 ເວລາປະມານ 21.00 ໂມງ ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສດຖະກິດ ໄດ້ອອກກວດກາຕິດຕາມການໃຫ້ບໍລິການ ພົບເຫັນຮ້ານອິນເຕີເນັດຄາເຟ່ ຍັງມີລັກລອບເປີດໃຫ້ບໍລິການ 2 ຮ້ານ ມີລູກຄ້າເຂົ້າເຕີມເຊີຕາມປົກກະຕິ ໃນການກວດກາຄັ້ງນີ້ ເຈົ້າໜ້າທີ່ພົບເຫັນຄອມພິວເຕີຮ້ານລະ 1 ຊຸດ ເຄື່ອງພິມ 1 ຊຸດ ແລະ ພົບເຫັນລູກຄ້າເຂົ້າມາເຕີມເຊີ ເຈົ້າໜ້າທີ່ ຈຶ່ງໄດ້ເຮັດບົດບັນທຶກ ສຶກສາອົບຮົມເຈົ້າຂອງຮ້ານທັງສອງໃຫ້ຢຸດເຊົາ ພ້ອມທັງນຳເຄື່ອງຄອມພິວເຕີ ແລະ ອຸປະກອນຮັບໃຊ້ທີ່ຕິດພັນກັບການໃຫ້ບໍລິການເຕີມເຊີຈຳນວນ 2 ຊຸດ ມາຮັກສາໄວ້ຢູ່ຫ້ອງຕຳຫຼວດ ປກສ ນວ ພ້ອມທັງໄດ້ສຶກສາອົບຮົມເຈົ້າຂອງກິດຈະການຮ້ານອິນເຕີເນັດຄາເຟ່ຈຳນວນ 2 ຮ້ານ ທີ່ລັກລອບເປີດໃຫ້ບໍລິການດັ່ງກ່າວ.
# ຂ່າວ & ພາບ: ຊິລິການດາ