ຖືເປັນຂ່າວດີອີກຮອບໜຶ່ງຂອງຊາວແຂວງຈຳປາສັກ ກໍຄື ທົ່ວປະເທດ ໃນວັນທີ 20 ພຶດສະພາ 2021 ໂຮງໝໍພາກສະໝາມວິທະຍາໄລການເງີນພາກໃຕ້ແຂວງຈຳປາສັກ ໄດ້ສົ່ງຜູ້ຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ກວດໂຄວິດເປັນຜົນລົບ ຈຳນວນ 28 ຄົນ ກັບເມືອຈຳກັດບໍລິເວນຢູ່ບ້ານ ໂດຍໃຫ້ກຽດມອບສົ່ງໂດຍ ທ່ານ ດຣ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ ພ້ອມດ້ວຍທີມງານແພດທີ່ປະຈຳໂຮງໝໍພາກສະໝາມ ມີອຳນາດການປົກຄອງບ້ານຂອງແຕ່ລະຄົນ ຕາງໜ້າຄອບຄົວມາຮັບເອົາ ແລະ ເຮັດບົດບັນທຶກເປັນຫຼັກຖານ ໃຫ້ສືບຕໍ່ກັກໂຕຢູ່ບ້ານ 14 ວັນ ປະຕິບັດມາດຕະການດຳລົງຊີວິດແບບໃໝ່ ໃສ່ຜ້າປິດປາກ-ດັງ ຮັກສາໄລຍະຫ່າງ ລ້າງມືເລື້ອຍໆດ້ວຍສະບູ ເຈວ ຫຼືເຫຼົ້າ 70% ຕິດຕາມອາການ ຖ້າມີອາການໄຂ້ ໄອ ຫາຍໃຈຝືດ ໃຫ້ແຈ້ງອຳນາດການປົກຄອງບ້ານ ຫຼື ໜ່ວຍງານສະເພາະກິດ ຫຼື ໂທສາຍດ່ວນ 031 165.

# ຂ່າວ & ພາບ: ເພັດສະໝອນ