ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

    ຫຼາຍພາກສ່ວນ ສືບຕໍ່ມາມອບເຄື່ອງຊ່ວຍເຫລືອໃຫ້ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວ ເຊິ່ງພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2021 ທີ່ກະຊວງ ຖວທ ຕາງໜ້າຮັບໂດຍທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ສະມາຄົມທຸລະກິດຊາວຊຽງຂວາງ ໄດ້ເອົາເຈວລ້າງມື 50 ກ່ອງ ຜ້າປິດປາກ-ດັງ 30.000 ອັນ ສະເປຂ້າເຊື້ອ 50 ກ່ອງ ນໍ້າຢາຂ້າເຊື້ອ 10 ຕຸກ ແລະ ນໍ້າດື່ມ 30 ແພັກ ລວມມູນຄ່າ 20.000.000 ກີບ ລະສະຫະພັນກິລາອີສະປອດແຫ່ງຊາດ ກຸ່ມ PUBG MOBILE LAOS ຮ່ວມກັບ ບໍລິສັດ ລາວຈະເລີນສິນ ຈຳກັດ ມອບເງິນສົດຈຳນວນ 11.500.000 ກີບ.

    ໃນໂອກາດນີ້ ທ່ານ ສະຫວັນຄອນ ຣາຊະມຸນຕີ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດທີ່ໄດ້ໃຫ້ການສະໜັບສະໝູນໃນການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງຢືນຢັນວ່າຈະນຳເອົາເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນ ວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ກໍຄືພາຍໃນກະຊວງ ຖວທ ໃຫ້ເກີດຜົນປະໂຫຍດສູງສຸດ ສ່ວນນໍ້າຢາຂ້າເຊື້ອ ແລະ ເຈວລ້າງມື ຈະນຳໄປແຈກຢາຍໃຫ້ບັນດາສື່ມວນຊົນອ້ອມຂ້າງກະຊວງໃຫ້ທົ່ວເຖິງ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!