ມື້ນີ້ ທົ່ວປະເທດພົບຜູ້ຕິດເຊື້ອ 14 ກໍລະນີ ໃນນີ້ນະຄອນຫຼວງວຽງຈັນ (ນວ) ພົບເຊື້ອ 5 ຄົນ ຈຳປາສັກພົບເຊື້ອ 6 ຄົນ ແລະ ສະຫວັນນະເຂດພົບເຊື້ອ 3 ຄົນ ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.751 ຄົນ ບໍ່ມີເສຍຊີວິດໃໝ່ ເພີ່ມ ຜູ້ເສຍຊິວິດສະສົມ 2 ຄົນ.

ຕາມການລາຍງານຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 20 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ວັນທີ 19 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.526 ຕົວຢ່າງ ພົບຜູ້ຕິດເຊື້ອ 14 ກໍລະນີ ກ່ຽວກັບກໍລະນີຕິດເຊື້ອໃໝ່ 14 ຄົນ (ກໍລະນີຢັ້ງຢືນທີ 1.738 – 1.751) ເຊິ່ງຄົນເຈັບຕິດເຊື້ອໃໝ່ຈາກ ນວ 5 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ. ສໍາລັບແຂວງຈໍາປາສັກ 6 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ ທັງໝົດຄົນເຈັບຕິດເຊື້ອໃໝ່ ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ສໍາລັບປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສຳຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.
ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.009 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີທັງໝົດ 740 ຄົນ (ໃໝ່ 32 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼືສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ທົ່ວໂລກ ປັດຈຸບັນມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 165.533.293 ຄົນ (ໃໝ່ 647.720) ເສຍຊິວິດສະສົມ 3.430.973 ຄົນ (ໃໝ່12.755) ແລະ ປີ່ນປົວຫາຍດີ 145.787.630 ຄົນ ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກແມ່ນ ສະຫະລັດອາເມຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ
# ຂ່າວ : ອົ່ນ ໄຟສົມທອງ