ລັດຖະບານ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ອີກ 15 ວັນ ພ້ອມຜ່ອນຜັນບາງມາດຕະການ

    ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຖະແຫຼງຂ່າວວັນທີ 20 ພືດສະພາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີວ່າ:  ຜ່ານການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄໍາສັ່ງເລກທີ 15/ນຍ  ແລະ  ມາດຕະການຕ່າງໆທີ່ຂະແໜງການທັງສູນກາງ ແລະ ທ້ອງຖິ່ນວາງອອກຜ່ານມາ ເຫັນວ່າທຸກພວກສ່ວນລວມທັງພາກລັດ ພາກທຸລະກິດ ແລະ ສັງຄົມ ກໍໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການລະບາດມີທ່າອ່ຽງຫຼຸດລົງ ແຕ່ເຖິງຢ່າງໃດກໍຕາມ ສະພາບການລະບາດກໍຍັງມີການສືບຕໍ່ແຜ່ລາມໃນຊຸມຊົນເປັນວົງກວ້າງ ແລະ ຢູ່ບໍລິເວນໃນຂອບທົ່ວປະເທດ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ດັ່ງນັ້ນ ເພື່ອສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ ລັດຖະບານຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່​ໄດ້​ລະ​ບຸໃນຄຳສັ່ງສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການສະບັບເລກທີ 406/ຫສນຍ ລົງວັນທີ 26 ເມສາ 2021 ແຈ້ງການສະບັບເລກທີ 462/ຫສນຍ ລົງວັນທີ 5 ພຶດສະພາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 0 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງຂອງວັນທີ 4 ມິຖຸນາ 2021 ພ້ອມທັງຍົກລະດັບມາດຕະການໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ແລະ ຜ່ອນຜັນບາງມາດຕະການຢູ່​ບາງບໍ​ລິ​ເວນດັ່ງນີ້: 

    ສໍາລັບມາດຕະການເພີ່ມເຕີມ 

  1. ປິດຮ້ານເສີມສວຍ ຮ້ານຕັດຜົມ ສະຖານທີ່ທ່ອງທ່ຽວ ສວນອາຫານ ກາຊິໂນ ແລະ ຮ້ານເກມທຸກປະເພດ. 
  2. ເຂດໃດ ແລະ ບ້ານໃດທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຍົກເວັ້ນໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ ໂຮງງານຜະລິດສິນຄ້າບໍລິໂພກ ຢາປົວພະຍາດ ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງ​ວດ. ໃນໄລຍະພັກວຽກນີ້ ໃຫ້ຜູ້ປະກອບການຂອງບັນດາໂຮງງານ ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ ຄົບຖ້ວນ 
  3. ຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຫຼືເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼືເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ ໄປໂຮງໝໍ ໄປຮັບວັກຊີນ ແຕ່ໃຫ້ຂະ​ແໜງ​ສາທາລະນະ​ສຸກ ​ແລະ ​​ເຈົ້າ​ໜ້າ​ທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດສຸຂະພາບ ເອກະສານທີ່ກ່ຽວຂ້ອງ ແລະ ເກັບກໍາຂໍ້ມູນຢ່າງຮັດກຸມ. 
  4. ຫ້າມຈັດປະຊຸມ ໂຮມຊຸມນຸມ ຫຼືກິດຈະກໍາຕ່າງໆທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ. ກໍລະນີທີ່ຈະຕ້ອງ ຈັດກິດຈະກຳໃດໜຶ່ງທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ ການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືໃສ່ສະບູ ຫຼືເຈ​ລ​ລ້າງ​ມື້ຄັກແນ່. 
  5. ຫ້າມຈັດງານລ້ຽງສັງສັນ ຫຼືຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ. 
  6. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼືເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ) ຊູບເປີມາເກັດ 
  7. ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫຼືອຈາກຜູ້ປະກອບການ ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະ ສະເພາະກິດຄົ້ນຄວ້າຮູບແບບການຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ. 
  8. ໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດໃນການຈັດຕັ້ງປະຕິບັດມາດຕະການຕ່າງໆຕາມຄວາມເໝາະສົມຢູ່ແຕ່ລະເປົ້າໝາຍ ກໍຄືຢູ່ແຕ່ລະເຂດ ເຊັ່ນ : ເຂດແດງ ເຂດເຫຼືອງ ແລະ ເຂດຂຽວ. 

    ສ່ວນມາດຕະການຜ່ອນຜັນ ມີດັ່ງນີ້: 

    1. ທ້ອງຖິ່ນໃດ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໃຫ້​ສາ​ມາດເດີນ​ທາງ​​ເຂົ້າ​-ອອກ​ ​ພາຍ​ໃນ​ທ້ອງຖິ່ນຕົນ ໄດ້ປົກ​ກະ​ຕິ

    2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ​ລະ​ຫວ່າງ​ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນ 

    3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫຼືມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼືຮ້ານກາເຟເປັນອັນຂາດ. 

    4. ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ. 

    5. ອະນຸຍາດໃຫ້ອອກກຳລັງກາຍ ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆການຫຼິ້ນກິລາກ໊ອຟ ເຕະບານ ກິລາອື່ນໆ ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ ປ້ອງກັນພະຍາດ COVID-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ 

    6. ອະ​ນຸ​ຍາດ​ໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກລະ​ຫວ່າງ​ແຂວງ​ຕໍ່ແຂວງ ສາມາດສົ່ງສິນຄ້າເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່ ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງ 14 ວັນ ແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. 

    ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021. ກ່ຽວກັບມາດຕະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ມອບໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ ບ້ານ ຫຼືເຈົ້າໜ້າທີ່ໜ່ວຍປະຕິບັດງານຢູ່ແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ແລະ ພັນທະຂອງຕົນຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍລະນີພົບເຫັນມີຜູ້ລະເມີດ ແມ່ນຕ້ອງດຳເນີນຕາມມາດຕະການ ຕາມກົດໝາຍ ແລະ ລະບຽບການກໍານົດຢ່າງເຂັ້ມງວດ.

# ຂ່າວ : ລັດເວລາ

error: Content is protected !!