ຈະເລີ່ມລົງມືກໍ່ສ້າງເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງຫາບ້ານໜອງພະຍາ

    ພະແນກໂຍທາທິການ  ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃນນາມເຈົ້າຂອງໂຄງການກໍ່ສ້າງເສັ້ນທາງຕັດໃໝ່ ແຕ່ບ້ານດົງນາທອງຫາບ້ານໜອງພະຍາ ຈະໄດ້ເລີ່ມລົງມືກໍ່ສ້າງຈຸດສີ່ແຍກດັ່ງກ່າວ ລະຫວ່າງວັນທີ 22 ພຶດສະພາ ຫາ 30 ມິຖຸນາ 2021 ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນທາງດ້ານຄວາມປອດໄພຂອງການກໍ່ສ້າງ ຕະຫຼອດຮອດການປ້ອງກັນອຸບັດເຫດຂອງຜູ້ສັນຈອນທາງ T6 ຊ່ວງຕອນທາງແຕ່ທາງເບຕົງ ຫາ ໂຮງໝໍແມ່ ແລະ ເດັກ ຈຶ່ງແຈ້ງມາໃຫ້ຜູ້ຊົມໃຊ້ຫຼີກລ່ຽງການສັນຈອນຜ່ານຈຸດດັ່ງກ່າວ ໃຫ້ໄປນໍາໃຊ້ເສັ້ນທາງຕານມີໄຊ-ສີເກີດແທນ ຫຼືຫາກມີຄວາມຈໍາເປັນ ກໍຂໍໃຫ້ປະຕິບັດຕາມປ້າຍແນະນໍາ ແລະ ຫຼຸດຜ່ອນຄວາມໄວລົງ ໃນເວລາກໍ່ສ້າງອາດມີຄວາມຈໍາເປັນປິດເສັ້ນທາງບາງໄລຍະເວລາ ທາງໂຄງການເອງຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ. 

# ຂ່າວ : ຂັນທະວີ

error: Content is protected !!